ກອງປະຊຸມຍ້ອງຍໍ“ວຽກດີຄົນເດັ່ນ”ແລະເຊີດຊູ“ພົນລະເມືອງດີ​ເດັ່ນ​ຂອງນະຄອນຫລວງດີເດັ່ນ”ປີ2016

ກອງປະຊຸມຍ້ອງຍໍ“ວຽກດີຄົນເດັ່ນ”ແລະເຊີດຊູ“ພົນລະເມືອງດີ​ເດັ່ນ​ຂອງນະຄອນຫລວງດີເດັ່ນ”ປີ2016 - ảnh 1
ພິ​ທີ​ເຊີດ​ຊູ​ພົນ​ລະ​ເມືອງ​ດີ​ເດັ່ນ​ຂອງ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ
ພາບ:vov

(vovworld)- ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 62 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ, ຕອນ​ເຊົ້າ​ວັນ​ທີ10/10, ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊ​ຸມຍ້ອງຍ​ໍແບບ​ຢ່າງ “ວຽກ​ດີ​ຄົນ​ເດັ່ນ" 961 ຄົນ ແລະ ເຊີດ​ຊູ 9 ຄົນ​ຊື່ງ​ແມ່ນ “ພົນ​ລະ​ເມືອງ​ດີ​ເດັ່ນ​ຂອງ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ” ປີ 2016. ນີ້​ແມ່ນ​ບັນ​ດາ​ສ່ວນ​ບຸກ​ຄົນ​ທີ່​ໄດ້​ມີ​ການ​ປະ​ກອບ​ສ່ວນ​ຫລາຍ​ຢ່າງ​ໃຫ້​ແກ່​ນະ​ຄອນ​ຫລວງ ໃນ​ຫລາຍ​ຂົງ​ເຂດ​ແຕກ​ຕ່າງ​ກັນ. ທ່າ​ນ​ຮອງ​ສາດ​ສະ​ດາ​ຈານ, ປອ, ທ່ານ​ໝໍ ຫງວຽນ​ກວາງ​ຕວນ, ຜູ້​ອຳ​ນວ​ຍ​ການ​ໂຮງ​ໝໍ​ພະ​ຍາດ​ຫົວ​ໃຈ, ຊື່ງ​ແມ່ນ​ຫນຶ່ງ​ໃນ​ຈຳ​ນວນພົນ​ລະ​ເມືອງ​ດີ​ເດັ່ນ 9 ຄົນ​ທີ່​ໄດ້​ຮັບ​ການ​ຍ້ອງ​ຍ​ໍ ແບ່ງ​ປັນ​ວ່າ:

        “ໃນ​ຖາ​ນະ​ແມ່ນ​ຊາວ​ນະ​ຄອນ​ຫລວງ ຜູ້​ຫນຶ່ງ, ແລະ​ແມ່ນ​ຜູ້​ເຮັດ​ວຽກ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກ່ຽວ​ຂ້ອງ​ເຖິງ​ການ​ແພດ, ພິ​ເສດ​ໃນ​ຂົງ​ເຂດ​ປິ່ນ​ປົວ​ພະ​ຍາດ​ຫົວ​ໃຈ​ຂອງ​ຮ່າ​ໂນ້ຍ​ຈະ​ນຳ​ຫນ້າ​ໃນ​ທົ່ວ​ປະ​ເທດ”

ໄລ​ຍະ​ຈະ​ມາ​ເຖິງ, ຮ່າ​ໂນ້ຍ ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ “ວຽກ​ດີ​ຄົນ​ເດັ່ນ” ຕິດ​ພັນ​ກັບ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, “ກໍ່​ສ້າງ​ຊາວ​ຮ່າ​ໂນ້ຍ ສຸ​ພາບ​ສິ​ວິ​ໄລ.


ຕອບກັບ

ຂ່າວ/ບົດ​ອື່ນ