ກອງປະຊຸມຍ້ອງຍໍສັນລະເສີນຜູ້ມີອິດທິພົນຊື່ສຽງທີ່ດີເດັ່ນຢູ່ 4 ແຂວງໃນເຂດ ໄຕບັກ

ກອງປະຊຸມຍ້ອງຍໍສັນລະເສີນຜູ້ມີອິດທິພົນຊື່ສຽງທີ່ດີເດັ່ນຢູ່ 4 ແຂວງໃນເຂດ ໄຕບັກ - ảnh 1
ທ່າ​ນຮອງ​ນາຍົກລັດຖະມົນຕີ  ຫງວຽນຊວນຟຸກ (Nguyen Xuan Phuc) ກ່າວຄຳເຫັນຊີ້ນຳກອງປະຊຸມ
(ພາບ: bienphong.com.vn)

(vovworld) - ວັນ​ທີ 24/12, ​ແຂວງ​ດ້ຽນບຽນ​​ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຍ້ອງຍໍ​ສັນລະ​ເສີນ​ຜູ້​ມີ​ອິດທິຜົນ​ຊື່​ສຽງ​ທີ່​ດີ​ເດັ່ນ​ໃນ 4 ​​ແຂວງ​ຢູ່ເຂດ​ໄຕ​ບັກ (ຄື ​ເຊີນ​ລາ, ລາຍ​ເຈົາ, ດ້ຽນບຽນ ​ແລະ ລາວ​ກາຍ). ຜູ້​ແທນ 220 ຄົນ​ທີ່ໄດ້​ຮັບ​ການ​ຍ້ອງຍໍ​ສັນລະ​ເສີນ​ໃນ​ຄັ້ງ​ນີ້​ແມ່ນ​ບຸກຄົນ​ທີ່​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ໃນ​ບັນດາ​ຂົງ​ເຂດ​ຄື: ​ເສດຖະກິດ, ການ​ເມືອງ, ສັງຄົມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່າ​ນຮອງ​ນາຍົກລັດຖະມົນຕີ ຫງວຽນຊວນຟຸກ (Nguyen Xuan Phuc), ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ ​ໄຕ​ບັກ ​ໄດ້​ຊີ້​ນຳ​ບັນດາ​ແຂວງ ລາວ​ກາຍ, ລາຍ​ເຈົາ, ​ເຊີນ​ລາ, ດ້ຽນບຽນ ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ເປັນ​ເອກະພາບ​ສູງ​ດ້ານຄວາມ​ຮັບ​ຮູ້​ໃນ​ທົ່ວສັງຄົມ​ກ່ຽວ​ກັບ​ບົດບາດ​ຂອງ​ຜູ້​ມີ​ອິດທິຜົນ​ຊື່​ສຽງ​ໃນ​ວົງ​ຄະນະ​ຍາດ​ບັນດາ​​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ບັນດາ​ແຂວງ​ສືບ​ຕໍ່​​ຜັນ​ຂະຫຍາຍ​ນະ​ໂຍບາຍ​ຕ່າງໆ​ກ່ຽວ​ກັບ​ຊົນ​ເຜົ່າ ​ແລະ ​ເຂດ​ພູດ​ອຍ, ຍູ້​ແຮງ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງຮອບດ້ານ, ​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ວາງ​ແຜນ, ຈັດ​ວາງ ປະຊາຊົນ​ເຂດ​ປະ​ສົບ​ກັບ​ຄວາມ​ຫຍຸ້ງຍາກ. ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນຟຸກ (Nguyen Xuan Phuc) ຢັ້ງ​ຍືນ​ວ່າ: ຍາມ​ໃດພັກ, ລັດ ກໍ່​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ເຂດ​ພູດອຍ, ​ເຂດ​ຊົນ​ເຜົ່າ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸງ​ຍາກ, ຖື​​ເປັນ​ສຳຄັນໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ, ຮັກສາ​ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ເພື່ອ​ສ້າງ​ເງື່ອນ​​ໄຂ​ໃຫ້​ປະຊາຊົນ​ຊົນ​ເຜົ່າ​ພັດທະນາ​ເສດຖະກິດ.

ຂ່າວ/ບົດ​ອື່ນ