ກອງ​ປະ​ຊຸມ​ດິນ​ຟ້າ​ອາ​ກາດ​ G 20 ສິ້ນ​ສຸດ​ລົງ​ແຕ່ບໍ່​ອອກ​ຖະ​ແຫລງ​ການ​ຮ່ວມ

(VOVWORLD) -ກອງປະຊຸມດັ່ງກ່າວແມ່ນກອງປະຊຸມຈັດກຽມໃຫ້ກອງປະຊຸມບັນດາການນຳຊື່ງຈະດຳເນີນໃນເດືອນ ພະຈິກຈະມາເຖິງ ກົງກັບຈຸດເວລາດຳເນີນກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງຕໍ່ໄປຂອງ ສະຫະປະຊາຊາດ ຢູ່  Sharm el-Sheikh, ປະເທດ ອີຢີບ. 
ກອງ​ປະ​ຊຸມ​ດິນ​ຟ້າ​ອາ​ກາດ​ G 20 ສິ້ນ​ສຸດ​ລົງ​ແຕ່ບໍ່​ອອກ​ຖະ​ແຫລງ​ການ​ຮ່ວມ - ảnh 1 ທ່ານ Siti Nurbaya Bakar ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ປ່າໄມ້ ອິນໂດເນເຊຍ ກ່າວຄຳເຫັນທີ່ ກອງະຊຸມ G20  (ພາບ: AFP/TTXVN)

ກອງປະຊຸມເຈົ້າຫນ້າທີ່ອາວຸໂສ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະຫາກໍ່ພົ້ນເດັ່ນຂຶ້ນແຖວຫນ້າໂລກ G20 ກ່ຽວກັບບັນຫາດິນຟ້າອາກາດຢູ່ ບາລີ ປະເທດ ອິນໂດເນເຊຍ ເມື່ອວັນທີ 31 ສິງຫາ ໄດ້ສິ້ນສຸດລົງ ແຕ່ບໍ່ໄດ້ອອກຖະແຫລງການຮ່ວມ ເຖິງວ່າ ປະເທດເຈົ້າພາບເຕືອນວ່າ ບັນດາພື້ນຖານເສດຖະກິດແຖວຫນ້າໂລກ ຄວນຮ່ວມແຮງຮ່ວມໃຈມີການກະທຳເພື່ອສະກັດກັ້ນສະພາບຫນ່ວຍໂລກອຸ່ນຂຶ້ນ. ກອງປະຊຸມດຳເນີນໃນເວລາ 1 ວັນ ໄດ້ອັດລົງ ດ້ວຍຍເລື່ອງ ທ່ານ Siti Nurbaya Bakar ລັດຖະມົນຕີກະຊວງສິ່ງແວດລ້ອມ ແລະ ປ່າໄມ້ ອິນໂດເນເຊຍ ແຈ້ງວ່າ ປະທານ G20 Jakarta ຈະຍົກອອກພຽງແຕ່ການສະຫລຸບບັນດາຄາດໝາຍຂອງເວທີປາໄສ.

ກອງປະຊຸມດັ່ງກ່າວແມ່ນກອງປະຊຸມຈັດກຽມໃຫ້ກອງປະຊຸມບັນດາການນຳຊື່ງຈະດຳເນີນໃນເດືອນ ພະຈິກຈະມາເຖິງ ກົງກັບຈຸດເວລາດຳເນີນກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄັ້ງຕໍ່ໄປຂອງ ສະຫະປະຊາຊາດ ຢູ່  Sharm el-Sheikh, ປະເທດ ອີຢີບ. ເດືອນຜ່ານມາ, ກອງປະຊຸມການເງິນ G 20 ຢູ່ ອິນໂດເນເຊຍ ກໍ່ບໍ່ບັນລຸໄດ້ຖະແຫລງການຮ່ວມ ຍ້ອນຄວາມບໍ່ລົງລອຍກັນກ່ຽວກັບການປະທະກັນ ຢູ່ ຢູແກຼນ ແລະ ປະເທດເຈົ້າພາບ ໄດ້ອອກຖະແຫລງການປະທານ

ຕອບກັບ

ຂ່າວ/ບົດ​ອື່ນ