ກອງປະຊຸມຕິດຕາມກວດກາບັນດາວິທີການປະຕິຮູບການກວດກາລົງເລິກຂະແໜງ

(VOVWORLD) -ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ກະຊວງການເງິນ,  VCCI ສົມທົບກັນ ຈັດກອງປະຊຸມຕິດຕາມກວດກາບັນດາວິທີການປະຕິຮູບການກວດກາລົງເລິກຂະແໜງ, ຫຼຸດຜ່ອນເວລາໃຫ້ແກ່ສິນຄ້າສົ່ງອອກ ແລະ ນຳເຂົ້າຂ້າມດ່ານຊາຍແດນ.
      ກອງປະຊຸມຕິດຕາມກວດກາບັນດາວິທີການປະຕິຮູບການກວດກາລົງເລິກຂະແໜງ - ảnh 1ບັນດາຜູ້ແທນພວມເຂົ້າຮ່ວມກອງປະຊຸມ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈີນແທງເມີ້ນ ປະທານຄະນະກຳມະການ ສູນກາງແນວໂຮມປະເທດຊາດຫວຽດນາມ ຊີ້ແຈ້ງວ່າ : 

     “ ລັດວິສາຫະກິດ, ວິສາຫະກິດເອກະຊົນ, ໄດ້ ແລະ ພວມປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ແຫຼ່ງລາຍຮັບງົບປະມານແຫ່ງລັດ. ຖ້າຫາກຍູ້ແຮງໃຫ້ການຜະລິດພັດທະນາ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ ພ້ອມທັງປະຕິຮູບລະບຽບການບໍລິຫານນັ້ນ, ກໍຈະສ້າງຄວາມສະດວກໃຫ້ແກ່ວິສາຫະກິດພັດທະນາ. ດັ່ງນັ້ນ ໜ້າທີ່ຕິດຕາມກວດກາຂອງແນວໂຮມປະເທດຊາດຫວຽດນາມ ທີ່ມີຕໍ່ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ຕ້ອງຍົກສູງກ່ວາເກົ່າ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ”

    ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວ ຍັງສະເໜີບັນດາອົງການຕິດຕາມກວດກາ ຕ້ອງເສີມຂະຫຍາຍຈົນສຸດພາລະບົດບາດຂອງຕົນເພື່ອໃຫ້ບັນດາຝ່າຍທີ່ກ່ຽວຂ້ອງພ້ອມກັນສືບຕໍ່ສ້າງບັນດາວິທີການແກ້ໄຂ, ເຮັດໃຫ້ລະບຽບການບໍລິຫານເປັນງ່າຍດາຍ, ຮັບປະກັນຕາມລະບຽບກົດໝາຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ