ກອງປະຊຸມຕີລາຄາວຽກງານບູລະນະອຳນາດການປົກຄອງຮາກຖານຢູ່ເຂດ ໄຕງວຽນ

ກອງປະຊຸມຕີລາຄາວຽກງານບູລະນະອຳນາດການປົກຄອງຮາກຖານຢູ່ເຂດ  ໄຕງວຽນ - ảnh 1
ພາບປະກອບ: internet


(vovword) - ຕອນ​ເຊົ້າ​ວັນ​ທີ 2/7 ຢູ່ ນະ​ຄອນ Buon Ma Thuot ​ແຂວງ Dac Lac, ກະຊວງ​ພາຍ​ໃນ ຫວຽດນາມ ​ໄດ້​ຈັດ​ ​ກອງ​ປະຊຸມ​ສະຫລຸບ 7 ປີ ​ແຫ່ງ​ການ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ທ່ານ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ອະນຸມັດ​ແຜນ​ຮ່າງ “ມາດ​ຕະການ​ຈຳນວນ​ຫນຶ່ງ​ກ່ຽວ​ກັບ​ການ​ບູລະນະ​ອຳນາດ​ການ​ປົກຄອງ​ຮາກ​ຖານຢູ່​ເຂດ ​ໄຕ​ງວຽນ” ​ໄລຍະ 2002 - 2010. ພາຍຫລັງ 7 ປີ ​ແຫ່ງ​ການ​ປະຕິບັດ​ແຜນ​ຮ່າງ, ບັນດາ​ແຂວງ​ຢູ່​ເຂດ ​ໄຕ​ງວຽນ ​ໄດ້​ເປັນ​ເຈົ້າ​ການ, ຕັ້ງຫນ້າ​ປະຕິບັດ​ຈຸດໝາຍ, ຫນ້າ​ທີ່​ຂອງ​ແຜນ​ຮ່າງ ​ແລະ ບັນລຸ​ໄດ້​ບັນດາ​ໝາກຜົນ​ແທດຈິງ. ອຳນາດ​ກາ​ນປົກຄອງ​ຢູ່​ເຂດ​ໄຕ​ງວຽນ ​ໄດ້​ຮັບ​ການ​ບູລະນະ, ປັບປຸງ; ຄຸນ​ນະພາ​ບຂອງ​ຖັນ​ແຖວ​ພະນັກງານ, ລັດຖະກອນ​ໄດ້​ຮັບ​ການ​ຍົກ​ສູງ​ເທື່ອ​ລະ​ກ້າວ ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ, ຫນ້າ​ທີ່​ໃນ​ສະພາບ​ການ​ໃຫມ່. ມາ​ຮອດ​ປະຈຸ​ບັນ ບັນດາ​ແຂວງ​ຢູ່​​ເຂດ ​ໄຕ​ງວຽນ ມີ ພະນັກງານ​ສະ​ເພາະ​ກິດ, ລັດຖະກອນ​ຕາ​ແສງ, ​ເທດສະບານ 13.000 ຄົນ, ​ໃນ​ນັ້ນ ພະນັກງານ​ຍິງ​ກວມ 17,3%, ລັດຖະກອນ​ຊຶ່ງ​ແມ່ນ​ຊາວ​ຊົນ​ເຜ່ົາ​ສ່ວນ​ຫນ້ອຍ​ເກືອບ 3.600 ຄົນ​ກວມ 26,8%. ກອງ​ປະຊຸມ​ໄດ້​ຊີ້​ແຈງ​ຄຳ​ສະ​ເຫ​ນີຈຳນວນ​ຫນຶ່ງ ​ເພື່ອ​ສືບ​ຕໍ່​ປັບປຸງ, ບູລະນະ​ອຳນາດ​ການ​ປົກຄອງ​ຮາກ​ຖານ​ຢູ່​ເຂດ​​ໄຕ​ງວຽນ ນັບ​ແຕ່​ນີ້​ຮອດ​ປີ 2020, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຄົ້ນ​ຄ້ວາ​ສ້າງ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ປັບປຸງ, ຍົກ​ສູງ​ລະດັບ​ຄວາມ​ຮູ້​ໃຫ້​ແກ່​ພະນັກງານ​ຂັ້ນ​ຮາກ​ຖານ​ຢູ່​ເຂດ ​ໄຕ​ງວຽນ ​ໄລຍະ 2012- 2020, ​ເປັນ​ຕົ້ນ​ແມ່ນ​ພະນັກງານ​ໃນ​ເຂດ​ຊົນ​ເຜົ່າ, ສາສະຫນາ.

 

 

 

 

 

ຂ່າວ/ບົດ​ອື່ນ