ກອງປະຊຸມຕາໜ່າງບັນດານະຄອນອັດສະລິຍະ ອາຊຽນ 2019

(VOVWORLD) -  ຕາໜ່າງບັນດານະຄອນອັດສະລິຍະ ອາຊຽນ ລວມມີ 26 ນະຄອນຢູ່ບັນດາປະເທດສະມາຊິກ ອາຊຽນ, ໃນນັ້ນ ຫວຽດນາມ ມີ 2 ນະຄອນແມ່ນນະຄອນ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ.
ກອງປະຊຸມຕາໜ່າງບັນດານະຄອນອັດສະລິຍະ ອາຊຽນ 2019 - ảnh 1ນະຄອນຫລວງ ບັງກອກ, ໄທ (ພາບ: AFP/TTXVN)

ກອງປະຊຸມຕາໜ່າງບັນດານະຄອນອັດສະລິຍະ ອາຊຽນ 2019 (ASCN 2019) ໄດ້ດຳເນີນຢູ່ ບາງກອກ ປະເທດ ໄທ ແຕ່ວັນທີ 22 – 24 ສິງຫາ, ແນໃສ່ຊຸກຍູ້ບັນດາແຜນການພັດທະນານະຄອນອັດສະລິຍະກ່ວາອີກ ແລະ ວາງອອກບັນດາມາດຕະຖານໃຫ້ແກ່ການກໍ່ສ້າງບັນດາຕົວເມືອງອັດສະລິຍະຢູ່ ອາຊີຕາເວັນອອກສ່ຽງໃຕ້. ອາຊຽນ ພວມກຳນົດທິດໃຫ້ 26 ນະຄອນໃນ  ASCN ໃຫ້ກາຍເປັນບັນດາຕົວເມືອງອັດສະລິຍະ, ສິ່ງດັ່ງກ່າວ ຈະສ້າງຄວາມໝັ້ນຄົງ ກໍ່ຄືບັນດາກາລະໂອກາດດ້ານເສດຖະກິດ - ສັງຄົມ ແລະ ການລົງທຶນ. ນີ້ແມ່ນກອງປະຊຸມຄັ້ງທີ 2 ຂອງຕາໜ່າງບັນດານະຄອນອັດສະລິຍະ ອາຊຽນ.

        ຕາໜ່າງບັນດານະຄອນອັດສະລິຍະ ອາຊຽນ ລວມມີ 26 ນະຄອນຢູ່ບັນດາປະເທດສະມາຊິກ ອາຊຽນ, ໃນນັ້ນ ຫວຽດນາມ ມີ 2 ນະຄອນແມ່ນນະຄອນ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ