ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ

(VOVWORLD) -ກະຊວງການຕ່າງປະເທດ ໄດ້ສົມທົບກັບກະຊວງສາທາລະນະສຸກຢ່າງແໜ້ນແຟ້ນ ເພື່ອຕັ້ງໜ້າຂົນຂວາຍ, ແລກປ່ຽນກັບກອງທຶນ COVAX, ບັນດາປະເທດຄູ່ຮ່ວມມື ແລະ ກຸ່ມບໍລິສັດຜະລິດວັກຊິນ ເພື່ອຍູ້ໄວການສະໜອງ, ໜູນຊ່ວຍວັກຊິນໃຫ້ແກ່ເດັກ.
ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ
(ພາບ: qdnd.vn)

ວັນທີ 21 ເມສາ, ໃນກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ຢູ່ ຮ່າໂນ້ຍ, ເມື່ອຕອບຄຳຖາມຕໍ່ນັກຂ່າວກ່ຽວກັບຄວາມຄືບໜ້າໃນການຮັບວັກຊິນກັນໂຄວິດ-19 ໃຫ້ແກ່ເດັກ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໄດ້ໃຫ້ຂໍ້ມູນວ່າ ເພື່ອແນໃສ່ປະຕິບັດການສັກວັກຊິນໃຫ້ປະຊາຊົນຢ່າງທົ່ວເຖິງນັ້ນ, ໃນໄລຍະຜ່ານມາ, ກະຊວງການຕ່າງປະເທດ ໄດ້ສົມທົບກັບກະຊວງສາທາລະນະສຸກຢ່າງແໜ້ນແຟ້ນ ເພື່ອຕັ້ງໜ້າຂົນຂວາຍ, ແລກປ່ຽນກັບກອງທຶນ COVAX, ບັນດາປະເທດຄູ່ຮ່ວມມື ແລະ ກຸ່ມບໍລິສັດຜະລິດວັກຊິນ ເພື່ອຍູ້ໄວການສະໜອງ, ໜູນຊ່ວຍວັກຊິນໃຫ້ແກ່ເດັກ. ມາຮອດປະຈຸບັນ, ລັດຖະບານ ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາໜູນຊ່ວຍວັກຊິນໃຫ້ແກ່ ຫວຽດນາມ ຈຳນວນ 12,8 ລ້ານໂດສ, ໂຮນລັງ ໜູນຊ່ວຍວັນຊິນ Moderna 2 ລ້ານໂດສ ແລະ ຝລັ່ງ ໜູນຊ່ວຍວັກຊິນ Pfizer 2 ລ້ານໂດສ.

        ເມື່ອຕອບຄຳຖາມຕໍ່ນັກຂ່າວກ່ຽວກັບເລື່ອງເລີ່ມເຄື່ອນໄຫວສາຍທາງເສັ້ນທາງລົດໄຟຂົນສົ່ງສິນຄ້ານຳເຂົ້າ- ສົ່ງອອກບາງສາຍລະຫວ່າງ ຫວຽດນາມ - ຈີນ (ຕອນ ອານເຮີ່ຍ - ຮ່າໂນ້ຍ, ຊືຈວານ - ຮ່າໂນ້ຍ), ທ່ານນາງ ເລທິທູຮັ່ງ ຖືວ່າ: ໃນລະຫວ່າງວັນທີ 15 – 16 ເມສາ 2022, ລົດໄຟຂົນສົ່ງສິນຄ້ານຳເຂົ້າ-ສົ່ງອອກບາງສາຍລະຫວ່າງທ້ອງຖິ່ນຕ່າງໆ ຫວຽດນາມ - ຈີນ ໄດ້ເຄື່ອນໄຫວແລ້ວ. ເສັ້ນທາງລົດໄຟຂົນສົ່ງສິນຄ້າແມ່ນວິທີຂົນສົ່ງທີ່ປອດໄພ, ມີປະສິດທິຜົນ ດ້ວຍຈຸດດີກ່ຽວກັບເວລາ ແລະ ລາຄາຂົນສົ່ງ, ຈະປະກອບສ່ວນຊຸກຍູ້ການແລກປ່ຽນສິນຄ້າຢ່າງລຸລ່ວງລະຫວ່າງ 2 ປະເທດ ກໍຄືເຊື່ອມຕໍ່ກັບບັນດາຕະຫຼາດອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ