ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ: ວິ​ສາ​ຫະ​ກິດ​ຕ້ອງ​ໃຫ້​ບຸ​ລິ​ມະ​ສິດ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ພັນ​ທະ​ບັດ

(VOVWORLD) -ໜ່ວຍປະຕິບັດງານໄດ້ ແລະ ພວມເຮັດວຽກກັບບັນດານະຄອນຂຶ້ນກັບສູນກາງ, ບາງທ້ອງຖິ່ນ ທີ່ມີໂຄງການອະສັງຫາລິມະຊັບຂຶ້ນກັບສູນກາງ, ບາງທ້ອງຖິ່ນທີ່ມີໂຄງການອະສັງຫາລິມະຊັບ ເພື່ອແນະນຳການແກ້ໄຂ, ຊ່ວຍໃຫ້ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ເຮັດວຽກກັບບັນດາວິສາຫະກິດ ເພື່ອກຳໄດ້ຂໍ້ມູນຂ່າວສານຢ່າງຄົບຖ້ວນ.
ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ: ວິ​ສາ​ຫະ​ກິດ​ຕ້ອງ​ໃຫ້​ບຸ​ລິ​ມະ​ສິດ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ພັນ​ທະ​ບັດ - ảnh 1ກອງປະຊຸມຖະແຫຼງຂ່າວລັດຖະບານ ປະຈຳເດືອນ ພະຈິກ (ພາບ: VGP)

ຕອນບ່າຍວັນທີ 1 ທັນວາ, ຢູ່ກອງປະຊຸມຖະແຫຼງຂ່າວລັດຖະບານ ປະຈຳເດືອນພະຈິກ, ຢູ່ຮ່າໂນ້ຍ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການໄດ້ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວ ແລະ ໝາກຜົນຂອງການປະຕິບັດວຽກງານຂອງໜຸ່ວຍປະຕິບັດງານ ຂອງນາຍົກລັດຖະມົນຕີ ໃນການສຳຫຼວດກວດກາບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ ສຳລັບຕະຫຼາດອະສັງຫາລິມະຊັບ, ບັນດາໂຄງການອາສັງຫາລິມະຊັບ, ບັນດາມາດຕະການເພື່ອຮັກສາຕະຫຼາດຫຼັກຊັບວິສາຫະກິດມີສະຖຽນລະພາບ ແລະ ປອດໄສ. ໜ່ວຍປະຕິບັດງານໄດ້ ແລະ ພວມເຮັດວຽກກັບບັນດານະຄອນຂຶ້ນກັບສູນກາງ, ບາງທ້ອງຖິ່ນ ທີ່ມີໂຄງການອະສັງຫາລິມະຊັບຂຶ້ນກັບສູນກາງ, ບາງທ້ອງຖິ່ນທີ່ມີໂຄງການອະສັງຫາລິມະຊັບ ເພື່ອແນະນຳການແກ້ໄຂ, ຊ່ວຍໃຫ້ວິສາຫະກິດຜ່ານຜ່າຄວາມຫຍຸ້ງຍາກ, ເຮັດວຽກກັບບັນດາວິສາຫະກິດ ເພື່ອກຳໄດ້ຂໍ້ມູນຂ່າວສານຢ່າງຄົບຖ້ວນ, ສະເໜີແນະວິທີມາດຕະການຊຸກຍູ້ການເຄື່ອນໄຫວຕະຫຼາດອະສັງຫາລິມະຊັບ ມີການພັດທະນາຢ່າງເປັນປົກກະຕິ ແລະ ປອດໄສ. ກ່ຽວກັບວິທີການຮັກສາຕະຫຼາດຫຼັກຊັບວິສາຫະກິດເປັນປົກກະຕິ ແລະ ປອດໄພ, ໃນນັ້ນມີບັນຫາສຳຄັນແມ່ນຮັບປະກັນສິດ ແລະ ຜົນປະໂຫຍດຂອງນັກລົງທຶນ, ຜູ້ຕາງໜ້າກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ລັດຖະບານ ໄດ້ປະກາດໃຊ້ມະຕິເພີ່ມທະວີລັກສະນະເປີດເຜີຍ, ໂປງໄສຂອງຕະຫຼາດ, ແກ້ໄຂບັນຫາອ່ອນແອກໍ່ຄືປົກປ້ອງສິດຜົນປະໂຫຍດຂອງນັກລົງທຶນ, ເດັດດ່ຽວຮຽກຮ້ອງໃຫ້ບັນດາວິສາຫະກິດໃຫ້ບຸລິມະສິດນຳໃຊ້ທຸກແຫຼ່ງກຳລັງເພື່ອປະຕິບັດຢ່າງຖືກຕ້ອງຕາມຄຳໝັ້ນສັນຍາຂອງບັນດານັກລົງທຶນ, ປົກປ້ອງສິດຜົນປະໂຫຍດຖືກຕ້ອງຕາມກົດໝາຍຂອງນັກລົງທຶນໃນບໍ່ວ່າສະພາບການໃດ.

ຕອບກັບ

ຂ່າວ/ບົດ​ອື່ນ