ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ສາ​ກົນ ໃຫ້​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ກອງ​ປະ​ຊຸມ AMM 53 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ

(VOVWORLD) -ວັນທີ 12 ກັນຍາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 (AMM 53) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ກ້າວເຂົ້າສູ່ມື້ເຮັດວຽກສຸດທ້າຍ. 
ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ສາ​ກົນ ໃຫ້​ຂ່າວ​ກ່ຽວ​ກັບ​ໝາກ​ຜົນ​ກອງ​ປະ​ຊຸມ AMM 53  ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ກ່າວຄຳເຫັນທີ່ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 27 (ພາບ: TTXVN) 

ຕາມນັ້ນແລ້ວ,  ໄດ້ດຳເນີນບັນດາກອງປະຊຸມສຳຄັນ ເຊິ່ງລວມມີ: ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 27 (ARF), ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ -  ອີຢູ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ. ເວທີປາໄສພາກພື້ນ ອາຊຽນ ແມ່ນເວທີປາໄສແຖວໜ້າທີ່ປຶກສາຫາລືກ່ຽວກັບການຮ່ວມມືດ້ານຄວາມໝັ້ນຄົງໃນພາກພື້ນ ອາຊີ - ປາຊີຟິກ.

ພາຍຫຼັງສິ້ນສຸດບັນດາກອງປະຊຸມທີ່ນອນໃນຂອບເຂດກອງປະຊຸມ AMM 53, ຕອນບ່າຍວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວສາກົນ. ກອງປະຊຸມ AMM 53   ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຖືກຈັດຂຶ້ນໃນລະຫວ່າງວັນທີ 9 – 12 ກັນຍາ ຜ່ານທາງອອນລາຍ ດ້ວຍການເຂົ້າຮ່ວມຂອງຜູ້ແທນຈາກ 27 ຄະນະ ຂຶ້ນກັບ 4 ທະວີບ. ໃນຂອບເຂດເຫດການ, ໄດ້ດຳເນີນປະມານ 20 ກອງປະຊຸມ, ວາລະປະຊຸມຂັ້ນລັດຖະມົນຕີ.


ຕອບກັບ

ຂ່າວ/ບົດ​ອື່ນ