ກອງປະຊຸມຖະແຫລງຂ່າວ,ໂຄສະນາກ່ຽວກັບອະທິປະໄຕທະເລ,ໝູ່ເກາະ

ກອງປະຊຸມຖະແຫລງຂ່າວ,ໂຄສະນາກ່ຽວກັບອະທິປະໄຕທະເລ,ໝູ່ເກາະ - ảnh 1
ທະຫານເຮືອ ຫວຽດນາມ
(ພາບປະກອບ)

(vovworld)-ຕອນ​ເຊົ້າ​ວັນ​ທີ 22/8, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ນະ​ຄອນ​ໂຮ່ຈິ​ມີນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ, ​ໂຄສະນາ​ກ່ຽວ​ກັບ​ອະທິປະ​ໄຕທະ​ເລ, ໝູ່​ເກາະ ຫວຽດນາມ ​ແລະ ​ເຜີຍ​ແຜ່​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ, ລັດ ປີ 2013. ​ເຂົ້າ​ຮ່ວມ​ກອງ​ປະຊຸມ ມີ​ຜູ້​ແທນ​ກວ່າ 200 ຄົນ ຊື່​ງ​ແມ່ນ​ຜູ້​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ບັນດາ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ຢູ່ 24 ​ເມືອງ​ຂອງ​ນະຄອນ​ໂຮ່ຈິ​ມີນ. ທີ່ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ຂອງ​ທະ​ເລ, ໝູ່​ເກາະ​ຫວຽດນາມ ສຳລັບ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ສະພາບ​ການ​ຄວາມ​ໝັ້ນຄົງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນປະຈຸ​ບັນ, ບັນດາ​ແຜນ​ນະ​ໂຍບາຍ, ມາດ​ຕະການ​ຕໍ່ສູ້​ປົກ​ປັກ​ຮັກສາ​ທະ​ເລ, ໝູ່​ເກາະ​ຫວຽດນາມ​ຂອງ​ພັກ ​ແລະ ລັດ ຫວຽດນາມ. ທ່ານ Haji Ysa Umo ຫົວຫນ້າ​ຄະນະ​ຄຸ້ມ​ຄອງ​ຫໍ​ທຳ​ມະ​ອິດສະ​ລາມ Muwahidin ​ເມືອງ 9 ນະຄອນ​ໂຮ່ຈິ​ມີນ ຖື​ວ່າ:

        “ກອງ​ປະຊຸມ​ມີ​ຄວາມ​ໝາຍ​ທີ່​ສຸດ. ພວກ​ຂ້າພະ​ເຈົ້າ​ຈະ​ສະຫງວນ​ເວລາ​ເພື່ອ​​ເຜີຍ​ແຜ່ໃຫ້​ພໍ່​ແມ່​ປະຊາຊົນ​​​ກ່ຽວ​ກັບ​ອະທິປະ​ໄຕ​ທະ​ເລ, ໝູ່​ເກາະ ຫວຽດນາມ ກໍ​ຄື​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຊົນ​ເຜົ່າ​ຂອງ​ພັກ, ລັດ ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ເຫັນ​ໄດ້​ຄວາ​ມຮັບຜິດຊອບ​ຂອງ​ຕົນ​ໃນ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ, ຄວາມ​ຮັບຜິດຊອບ​ສຳລັບ​ທະ​ເລ, ໝູ່​ເກາະ​ປະ​ເທດ​ຊາດ. ພວກ​ຂ້າພະ​ເຈົ້າ​ຈະ​ຂົນ​ຂວາ​ຍປະຊາຊົນ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ, ເພື່ອມີ​ເງື່ອນ​ໄຂ​ປະກອບສ່ວນ ​ສ້າງ​ກອງ​ທຶນ“​ເພື່ອ​ເຈື່ອງ​ຊາ​ຮັກ​ແພງ”

ຂ່າວ/ບົດ​ອື່ນ