ກອງປະຊຸມທີ4ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ14

ກອງປະຊຸມທີ4ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ14 - ảnh 1
ກອງ​ປະຊຸມ​ທີ 4 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14

(vovworld) - ຕອນ​ບ່າຍ​ວັນ​ທີ 05/10, ກອງ​ປະຊຸມ​ທີ 4 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ດຳ​ເນີນ​​ໄປ​ດ້ວຍ​ເນື້ອ​ໃນ​ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ເລື່ອງ​ແກ້​ໄຂ​ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ໝາກຜົນການ​ຕ້ອນຮັບ​ພົນລະ​ເມືອງ, ​ແກ້​ໄຂ​ໃບ​ສະ​ເໜີ ​ແລະ ຕິດຕາມ​ກວດກາ​ການ​ແກ້​ໄຂຄຳ​ຮ້ອງ​ທຸກ, ຮ້ອງ​ຟ້ອງ​ຂອງ​ພົນລະ​ເມືອງ​ທີ່​ສົ່ງ​ເຖິງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 11 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ຫລາຍ​ບັນຫາ​ເຄັ່ງຮ້ອນ​ໃນ​ຊີວິດ​​ເສດຖະກິດ - ສັງຄົມ​ໄດ້ຖືກ​ສະພາ​ແຫ່ງ​ຊາດ​ໄຈ້​ແຍກ ​ແລະ ຍົກ​ໃຫ້​ເຫັນ​ບັນດາ​ຂໍ້​ຈຳ​ກັດ, ພ້ອມ​ທັງ ຮຽກຮ້ອງ​ລັດຖະບານ, ບັນດາຂະ​ແໜງ​ການ, ທຸກ​ຂັ້ນ​ສືບ​ຕໍ່​ມີ​ບັນດາ​ມາດ​ຕະການ​ຍົກ​ສູງ​ການ​ຄຸ້ມ​ຄອງ​ແຫ່ງ​ລັດ​ຢ່າງ​ມີ​ປະສິດທິ​ຜົນ, ​ແກ້​ໄຂ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການ, ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃຫ້​ດີ​ກ່ວາ​ອີກ.

        ຄຽງ​ຂ້າງ​ນັ້ນ, ບັນດາຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ໄດ້​ສະ​ເໜີ, ລັດຖະບານ​ປັບປຸງ ​ແລະ ປະກາດ​ໃຊ້ກົດ​ລະບຽບ​ສົມທົບ​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ​ໃນ​ການ​ແກ້​ໄຂ​ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງກ່ຽວຂ້ອງ​ເຖິງ​ຫລາຍ​ຂະ​ແໜງ​ການ, ຫລາຍ​ຂົງ​ເຂດ​ໂດຍ​ໄວ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ແກ້​ໄຂ​ເທື່ອ​ລະ​ກ້າວ​ກ່ວາ​ອີກ. ລັດຖະບານ​ຄວນ​ຄົ້ນຄວ້າ ​ເພື່ອ​ຮູບ​ການ​ແກ້​ໄຂ​ສຳລັບສ່ວນບຸກຄົນ, ອົງການ​ຂຶ້ນ​ກັບ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ ​ໃນ​ກໍລະນີ​ບໍ່​ແກ້​ໄຂບັນດາ​ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຢ່າງຂາດ​ຕົວ​ ຊຶ່ງ​ໄດ້​ປະ​​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເໜີຫລາຍ​ເທື່ອ​.

ຂ່າວ/ບົດ​ອື່ນ