ກອງປະຊຸມທົ່ວຂະແໜງຈັດຕັ້ງກໍ່ສ້າງພັກປີ 2016


ກອງປະຊຸມທົ່ວຂະແໜງຈັດຕັ້ງກໍ່ສ້າງພັກປີ 2016 - ảnh 1
ກອງ​ປະ​ຊຸມ​ທົ່ວ​ຂະ​ແໜງ​ຈັດ​ຕັ້ງກໍ່​ສ້າງພັກ​ປີ 2016   (vtvvn)

(vovworld)-       ວັນ​ທີ 26/3 ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ໄດ້​ຈັດ​ກອງ​ປະ​ຊຸມ​ທົ່ວ​ຂະ​ແໜງ​ຈັດ​ຕັ້ງກໍ່​ສ້າງພັກ​ປີ 2016. ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ.  ທ່ານ​ຫງວຽນ​ແທງ​ບີງ ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ຈັດ​ຕັ້ງ​ສູງ​ກາ​ງ ຊີ້​ແຈ້ງວ່າ : 

    “ ພ້ອມ​ກັບ​ວິ​ວັດ​ການ​ກະ​ກຽມ​ບຸກ​ຄະ​ລາ​ກອນກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ, ຂັ້ນ​ຕ່າງໆ​ໄດ້​ມີ​ການ​ກະ​ກຽມ​ບຸກ​ຄະ​ລາ​ກອນຫຼັກ​ແຫຼ່ງ​ໃນ​ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ອາ​ຍຸ​ການ 2016-2021 ແລະ ບຸກ​ຄະ​ລາ​ກອນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14. ເປັນ​ຄັ້ງ​ທຳ​ອິດ​ໄດ້​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ພະ​ນັກ​ງານບໍ່​ມີ​ເງື່ອນ​ໄຂ​ພຽງ​ພໍ​ເພື່ອ​ຮັບ​ເລືອກ​ຕັ້ງ​ເຂົ້າ​ຄະ​ນະ​ພັກ​ຄືນ​ໃໝ່​ນັ້ນ ກໍ​ຈະ​ຖືກ​ຍົກ​ເລີກ​ການ​ດຳ​ລົງບັນ​ດາ​ຕຳ​ແໜ່ງນຳ​ພາ​ອຳ​ນາດ​ການ​ປົກ​ຄອງ​, ແນວ​ໂຮມ​ປະ​ເທ​ດ​ຊາດຂັ້ນ​ຕ່າງໆ ແລະ ບັນ​ດາ​ຈັດ​ຕັ້ງ​ການ​ເມືອງ-ສັງ​ຄົມ​ອາ​ຍຸ​ການ 2011-2016. ຈຸດ​ໃໝ່​ຂອງ​ອາ​ຍຸ​ການນີ້ ແມ່ນ​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ​ກໍ່​ສ້າງ​ພັກ ”

ຂ່າວ/ບົດ​ອື່ນ