ກອງປະຊຸມທົ່ວປະເທດ ກ່ຽວກັບວຽກງານຕ້ອນ ຮັບພົນລະເມືອງ, ແກ້ໄຂການກ່າວຟ້ອງ, ຮ້ອງທຸກ

ກອງປະຊຸມທົ່ວປະເທດ ກ່ຽວກັບວຽກງານຕ້ອນ ຮັບພົນລະເມືອງ, ແກ້ໄຂການກ່າວຟ້ອງ, ຮ້ອງທຸກ - ảnh 1
ກອງປະຊຸມຜ່ານເຄືອຂ່າຍ ອີນເຕີເນັດ
(ພາບ: chinhphu.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 2/5, ຢູ່​ຮ່າ​ໂນ້ຍ, ລັດຖະບານ​ໄດ້​ຈັດ​ກອງ​ປະຊຸມ​ທົ່ວ​ປະ​ເທດ ຜ່ານ​ເຄືອ​ຂ່າຍ ອີນ​ເຕີ​ເນັດ ກ່ຽວ​ກັບ​ວຽກ​ງານ​ຕ້ອນຮັບ​ພົນລະ​ເມືອງ, ​ແກ້​ໄຂ​ການ​ກ່າວ​ຟ້ອງ, ຮ້ອງທຸກ. ກ່າວ​ຄຳ​ເຫັນ​ທີ່​ການປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ເນັ້ນ​ໜັກ​ວ່າ: ການ​ຕ້ອນຮັບ​ພົນລະ​ເມືອງ, ການ​ແກ້​ໄຂ​​ກ່າວ​ຟ້ອງ, ຮ້ອງທຸກ​ຂອງ​ພົນລະ​ເມືອງ ​ແມ່ນ​ໜ້າ​ທີ່​ການ​ເມືອງ​ທີ່​ມີ​ຄວາມ​ສຳຄັນ ​ເປັນ​ປະຈຳ​ຂອງ​ຄະ​ນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ. ​​ໃນໄລຍະ​ຜ່ານ​ມາ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ວຽກ​ງານ​ນີ້ ​ແລະ ບັນລຸ​ໄດ້ບັນດາ​ຜົນງານ​ຢ່າງ​ຕັ້ງ​ໜ້າ ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມຂອງ​ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຊີ້​ແຈງ​ວ່າ:

“ການ​ຕ້ອນຮັບພົນລະ​ເມືອງ ​ແລະ ​ແກ້​ໄຂການ​ຮ້ອງ​ທຸກ​ຂອງ​ພົນລະ​ເມືອງ ​ແມ່ນ​ໜ້າ​ທີ່​ເປັນ​ປະຈຳ ​ແລະ ສຳຄັນ​ຂອງ​ຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ. ພວກ​ເຮົາ​ຕ້ອງ​ປະຕິບັດ​ດີ​ກ່ວາ ຕາມ 2 ທິດທາງ: ທີ່​ໜຶ່ງ​ແມ່ນ​ແກ້​ໄຂ​ 528 ກໍລະນີທີ່​ຍັງ​ຄົງ​ຄ້າງ​​ໃຫ້ຖືກຕ້ອງຕາມ​ກົດໝາຍ​ຢ່າງ​ເດັດຂາດ, ທິດ​ທາງທີ 2 ​ແມ່ນ ພວກ​ເຮົາ​ຕ້ອງພັດ​ທະນາ​ເສດຖະກິດ - ສັງຄົມ, ຕ້ອງ​ຫັນ​ເປັນ​ປະ​ເທດອຸດສາຫະກຳ - ທັນ​ສະ​ໄໝ, ຕ້ອງ​ລົງທຶນ​ໃສ່​ພື້ນຖາ​ນ​ໂຄງລ່າງ, ຕ້ອງ​ພັດທະນາ​ຕົວ​ເມືອງ, ສັງຄົມ. ​ໃນ​ການ​ພັດທະນາ ​ຕ້ອງຖອນທີ່​ດິນ​ຕາມ​​ແຜນກຳນົດ​ແຕ່​ວ່າ​ບໍ່​​ເຮັດ​​ໃຫ້​ເກີດການ​ກ່າວ​ຟ້ອງ ​ຮ້ອງທຸກ”

ບົນ​ຈິດ​ໃຈ​ດັ່ງ​ກ່າວ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຮຽກຮ້ອງ​ໃຫ້​ປະທານ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ,​ນະຄອນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຕີ​ລາຄາ​ສະພາບ​ການ, ​ໄຈ້​ແຍກ​ສາຍເຫດ​, ​ໂດຍ​ສະ​ເພາະ​​ແມ່ນ​ເປັນ​ຫຍັງ​ມີ​ນະ​ໂຍບາຍ​ດຽວ​ກັນ ​ມີຫຼາຍທ້ອງ​ຖີ່​ນປະຕິບັດ​​ໄດ້​ດີ, ​ແຕ່​ພັດ​ມີຫຼາຍ​ທ້ອງ​ຖີ່​ນ​ຍັງເກີດ​ການ​ກ່າວ​ຟ້ອງ, ຮ້ອງທຸກ​ຢ່າງ​ສັບສົນ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ກອງ​ປະຊຸມ​ທົ່ວ​ປະ​ເທດຜ່ານ​ເຄື​ຍຂ່າຍອີນ​ເຕີ​ເນັດ​ກ່ຽວ​ກັບ​ວຽກ​ງານ​ຕ້ອນຮັບ​ພົນ​ລະ​ມື​ອງ, ​ແກ້​ໄຂ​ການ​ກ່າວ​ຟ້ອງ, ຮ້ອງ​ທຸກ ສືບ​ຕໍ່​ດຳ​ເນີນ​ໄປ ດ້ວຍ​ບັນດາ​ບົດ​ທາ​ບທາມ​ຄວາມ​ເຫັນ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ.

ຂ່າວ/ບົດ​ອື່ນ