ກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາວັດຖຸດິບເພື່ອຜະລິດຢາຫວຽດນາມ

ກອງປະຊຸມທົ່ວປະເທດກ່ຽວກັບການພັດທະນາວັດຖຸດິບເພື່ອຜະລິດຢາຫວຽດນາມ - ảnh 1
ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​​ການ​ພັດ​ທະ​ນາວັດ​ຖຸ​ດິບ​ເພື່ອ​ຜ​ະ​ລິດ​ຢາຫວຽດ​ນາມ
(ພາບ: TTXVN)

(vovworld) - ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​​ການ​ພັດ​ທະ​ນາວັດ​ຖຸ​ດິບ​ເພື່ອ​ຜ​ະ​ລິດ​ຢາຫວຽດ​ນາມ, ຖືກ​ດຳ​ເນີນ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 12/04, ຢູ່​ແຂວງ ລາວ​ກາຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ 63 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ສະ​ເໜີ​ໃຫ້​ການ​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຈົ່ງຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​​ສິ່ງ​ຈຳ​ກັດ, ​ຂໍ້ຄົງ​ຄ້າງ​ຂອງ​ຂະ​ແໜງວັດ​ຖຸ​ດິບ​ເພື່ອ​ຜ​ະ​ລິດ​ຢາ​ພື້ມ​ເມືອ​ງ​ຫວຽດ​ນາມ ໃຫ້​ໄດ້; ເປັນ​ເອ​ກະ​ພາບ​ນຳ​ກັນ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ ເພື່ອ​ຕັດ​ສິນ​ໃຈ​ນຳ​ຂະ​ແໜງ​ຜະ​ລິດ​ຢາ​​ພັດ​ທະ​ນາ​ຢ່າງ​ແຮງ, ເສີ​ມ​ຂ​ະ​ຫຍາຍ​ຄວາມ​ສາ​ມາດ​ບົ່​ມ​ຊ້ອ​ນ, ທ່າ​ແຮງ​ທີ່​ມີ​ມາກ່ອນ​ນີ້​​ນັບ​ພັນ​ປີ​ຂອງ​ປະ​ເທດ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ແຈ​້ງວ່າ, ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່, ຍາມ​ໃດ​ລັດ​ຫວຽດ​ນາມ ກໍ່​ຢືນ​ຢັນການ​ແພດທັນ​ສະ​ໄໝ​ສົມ​ທົບ​ກັບ​ກ​ານ​ແພດ​ພື້ນ​ເມືອ​ງ. ດ້ວຍ​ເງື່ອນ​ໄຂ​ທຳ​ມະ​ຊາດ​ສະ​ເພາະ​ຂອງ​ປະ​ເທດ​ຊາດ, ຫວຽດ​ນາມ ມີ​ຕົ້ນ​ຢາ​ຫາ​ຍາກ 5.000 ​ຊະ​ນິດ ສາ​ມາດ​ປິນ​ປົວ​ພະ​ຍາດ, ຮັບ​ໃຊ້​ປະ​ຊາ​ຊົນ ແລະ ກ້າວ​ໄປ​ເຖິງ​ການ​ສົ່ງ​ອອກ ນຳ​ມາ​ເຊິ່ງ​ລາຍ​ຮັບ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ. ບົນ​ຈິດ​ໃຈ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ, ​ຈຸດ​ໝາຍ​ຂອງກອງ​ປະ​ຊຸມນີ້​ແມ່ນ​ປຶກ​ສາ​ຫາ​ລືແຜນ​ນະ​ໂຍ​ບາຍ, ມາດ​ຕະ​ການ​ພັດ​ທະ​ນາວັດ​ຖຸ​ດິບ​ເພື່ອ​ຜ​ະ​ລິດ​ຢາ​ຫວຽດ​ນາມ ໃຫ້​ເໝາ​ະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ