ກອງປະຊຸມທົ່ວປະເທດສະຫລຸບວຽກງານໂຄສະນາສຶກສາປີ 2018, ຜັນຂະຫຍາຍໜ້າທີ່ປີ 2019

(VOVWORLD) -  ວັນທີ 29 ທັນວາ, ທີ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກ ໄດ້ຈັດຕັ້ງກອງປະຊຸມທົ່ວປະເທດສະຫລຸບວຽກງານໂຄສະນາສຶກສາປີ 2018, ຜັນຂະຫຍາຍໜ້າທີ່ປີ 2019.
ກອງປະຊຸມທົ່ວປະເທດສະຫລຸບວຽກງານໂຄສະນາສຶກສາປີ 2018, ຜັນຂະຫຍາຍໜ້າທີ່ປີ 2019 - ảnh 1 ກອງປະຊຸມທົ່ວປະເທດສະຫລຸບວຽກງານໂຄສະນາສຶກສາປີ 2018, ຜັນຂະຫຍາຍໜ້າທີ່ປີ 2019

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ ເຈິ່ນກວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ຢືນຢັນວ່າ: ໃນບັນດາຜົນງານລວມຂອງທົ່ວປະເທດປີ 2018, ມີການປະກອບສ່ວນສຳຄັນຂອງຂະແໜງໂຄສະນາສຶກສາທົ່ວປະເທດ.

        ກ່ຽວກັບໜ້າທີ່ໃນປີ 2019, ທ່ານ ເຈິ່ນກວກເວື້ອງ ສະເໜີໃຫ້ບັນດາຄະນະພັກ, ຂະແໜງໂຄສະນາສຶກສາສືບຕໍ່ປ່ຽນແປງໃໝ່ວຽກງານຊີ້ນຳ, ນຳພາ, ຜັນຂະຫຍາຍການປະຕິບັດວຽກງານໂຄສະນາສຶກສາຢູ່ທຸກຂັ້ນ. ຂະແໜງໂຄສະນາສຶກສາໄດ້ສົມທົບກັບຂະແໜງວັດທະນະທຳເປັນເຈົ້າການຄົ້ນຄວ້າ, ເປັນເສນາທິການໃຫ້ຄະນະພັກທຸກຂັ້ນ, ຜັນຂະຫຍາຍການປະຕິບັດມະຕິສູນກາງພັກຄັ້ງ 9 ຊຸດທີ 11 ກ່ຽວກັບການສ້າງສາ ແລະ ພັດທະນາວັດທະນະທຳ, ປະຊາຊົນ ຫວຽດນາມ ເປັນຢ່າງດີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາປະເທດຊາດແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ