ກອງ​ປະ​ຊຸມ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ລົ​ບ​ລ້າງ​ແຮງ​ງານ​ເດັກ​ໄດ້​ໄຂ​ຂຶ້ນ​ຢູ່ ອາ​ຟະ​ລິ​ກາ​ໃຕ້

(VOVWORLD) -ວັນທີ 15 ພຶດສະພາ,     ກອງປະຊຸມທົ່ວໂລກກ່ຽວກັບການລົບລ້າງແຮງງານເດັກໄດ້ໄຂຂຶ້ນຢ່າງເປັນທາງການຢູ່ ນະຄອນທ່າກ່ຳປັ່ນ Durban, ແຂວງ KwaZulu-Natal ອາຟະລິກາໃຕ້. ນີ້ແມ່ນຄັ້ງທຳອິດທີ່ກອງປະຊຸມໄດ້ຈັດຂຶ້ນຢູ່ປະເທດ ອາຟະລິກາ ດ້ວຍຄວາມພະຍາຍາມຮ່ວມມືລະຫວ່າງອົງການແຮງງານສາກົນ (ILO), ກອງທຶນເພື່ອເດັກ ສປຊ (UNICEF) ແລະ ກະຊວງວຽກເຮັດງານທຳ ແລະ ແຮງງານ ອາຟະລິກາໃຕ້.
ກອງ​ປະ​ຊຸມ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ລົ​ບ​ລ້າງ​ແຮງ​ງານ​ເດັກ​ໄດ້​ໄຂ​ຂຶ້ນ​ຢູ່ ອາ​ຟະ​ລິ​ກາ​ໃຕ້ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ກອງປະຊຸມໄດ້ດຶງດູດຜູ້ແທນເຂົ້າຮ່ວມກວ່າ 2.000 ທ່ານທີ່ມາຈາກກວ່າ 180 ປະເທດ. ທີ່ກອງປະຊຸມ, ບັນດາຜູ້ແທນຈະແບ່ງປັນພຶດຕິກຳຕົວຈິງ ແລະ ຊຸກຍູ້ໃຫ້ມີການກະທຳຢ່າງວ່ອງໄວ ເພື່ອລົບລ້າງແຮງງານເດັກ, ພ້ອມທັງຕີລາຄາຄືນຄວາມກ້າວໜ້າໃນການບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງເຖິງແຮງງານເດັກ.

        ຄາດວ່າກອງປະຊຸມດັ່ງກ່າວ ຈະສິ້ນສຸດລົງໃນວັນທີ 20 ພຶດສະພາ ດ້ວຍການຮັບຮອງເອົາຄຳຮຽກຮ້ອງການກະທຳ Durban ກ່ຽວກັບການລົບລ້າງແຮງງານເດັກ, ເພື່ອແນໃສ່ເປົ້າໝາຍສ້າງຄຳໝັ້ນສັນຍາໃໝ່ ແລະ ເພີ່ມຄວາມໄວລະຫວ່າງບັນດາລັດຖະບານ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ, ເພື່ອມຸ່ງໄປເຖິງການລົບລ້າງແຮງງານເດັກໃນປີ 2025. ນີ້ກໍແມ່ນເຫດການກະກຽມໃຫ້ແກ່ວັນຄວາມຮັບຮູ້ທົ່ວໂລກກ່ຽວກັບແຮງງານເດັກໃນວັນທີ 12 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ