ກອງປະຊຸມທາງອິນເຕີແນັດສະຫລຸບວຽກງານຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

(VOVWORLD) - ສະຫລຸບວຽກງານປີ 2017 ແລະ ຜັນຂະຫຍາຍແຜນການປີ 2018 ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ກອງປະຊຸມທາງອິນເຕີແນັດສະຫລຸບວຽກງານຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ

ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສຸມໃສ່ປັບປຸງຄຸນນະພາບສິ່ງແວດລ້ອມ, ເງື່ອນໄຂການດຳລົງຊີວິດຂອງປະຊາຊົນ; ປະຕິບັດຫັນວຽກງານປົກປັກຮັກສາ ແລະ ກຳຈັດມົນລະພິດສິ່ງແວດລ້ອມເປັນວຽກງານຂອງສັງຄົມ; ສົ່ງເສີມການນຳໃຊ້ພະລັງງານຜະລິດຄືນໃໝ່ ແລະ ບັນດາວັດຖຸດິບ, ວັດສະດຸໃໝ່, ທີ່ເປັນມິດກັບສິ່ງແວດລ້ອມ ນັ້ນແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ທີ່ກອງປະຊຸມຜ່ານອິນເຕີແນັດສະຫລຸບວຽກງານປີ 2017 ແລະ ຜັນຂະຫຍາຍແຜນການປີ 2018 ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ດຳເນີນໃນຕອນເຊົ້າວັນທີ 08 ມັງກອນ ຢູ່ຮ່າໂນ້ຍ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ກ່າວວ່າ:

        “ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສຸມໃສ່ຄຸ້ມຄອງແຫຼ່ງກຳລັງຊັບພະຍາກອນທຳມະຊາດຢ່າງມີປະສິດທິຜົນ ພິເສດແມ່ນທີ່ດິນ, ຊັບພະຍາກອນທຳມະຊາດ. ນີ້ແມ່ນບັນຫາຕ້ານການຟຸມເຟືອຍ, ຕ້ານການຮົ່ວໄຫຼ, ຕ້ານການສໍ້ລາດບັງຫລວງ, ຍົກສູງປະສິດທິພາບແຫ່ງການນຳໃຊ້ທີ່ດິນ ນັບແຕ່ຂັ້ນຕອນສ້າງແຜນຜັງ, ແຜນການ, ຫັນປ່ຽນຈຸດປະສົງນຳໃຊ້ທີ່ດິນ, ເຮັດແນວໃດມີປະສິດທິຜົນທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ