ກອງປະຊຸມທາງອອນລາຍການນຳຊາວໜຸ່ມ ອາຊຽນ

(VOVWORLD) -  ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37, ຕອນບ່າຍວັນທີ 03 ພະຈິກ, ທີ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ສົມທົບກັບຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຈັດຕັ້ງກອງປະຊຸມທາງອອນລາຍການນຳຊາວໜຸ່ມ ອາຊຽນ. 
ກອງປະຊຸມທາງອອນລາຍການນຳຊາວໜຸ່ມ ອາຊຽນ - ảnh 1ກອງປະຊຸມທາງອອນລາຍການນຳຊາວໜຸ່ມ ອາຊຽນ (ພາບ: thanhnien.vn

  ທີ່ກອງປະຊຸມ, ການນຳຊາວໜຸ່ມບັນດາປະເທດ ອາຊຽນ ໄດ້ປຶກສາຫາລືກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການດຳເນີນງານຊາວໜຸ່ມ ອາຊຽນ ໄລຍະ 2016 – 2020 ແລະ ບັນດາເນື້ອໃນຈຸດສຸມຂອງແຜນການດຳເນີນງານຊາວໜຸ່ມ ອາຊຽນ ໄລຍະ 2020 – 2025. ອ້າຍ ຫງວຽນແອັງຕ໊ວນ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ເນັ້ນໜັກວ່າ:

        “ປີ 2020 ແມ່ນປີພິເສດສຳລັບ ອາຊຽນ ເມື່ອເປັນຂີດໝາຍ 5 ປີປະຊາຄົມ ອາຊຽນ ປະກົດຜົນເປັນຈິງຢ່າງເປັນທາງການ, ແມ່ນປີເກີດໂລກລະບາດໂຄວິດ-19 ແລະ ສົ່ງຜົນສະທ້ອນຢ່າງເລິກເຊິ່ງ, ກ້ວາງຂວາງຕໍ່ເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດໃນພາກພື້ນ ແລະ ໃນໂລກ. ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ຊາວໜຸ່ມ ອາຊຽນ ໄດ້ສະແດງໃຫ້ເຫັນຈິດໃຈປະຈັນບານ, ມີຫົວຄິດປະດິດສ້າງ.

       ການນຳຊາວໜຸ່ມ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມການນຳຊາວໜຸ່ມ ອາຊຽນ ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືຊາວໜຸ່ມເພືຶ່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ເພື່ອຍື່ນສະເໜີຕໍ່ການນຳຂັ້ນສູງ ອາຊຽນ ຮັບຮູ້ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37.

ຕອບກັບ

ຂ່າວ/ບົດ​ອື່ນ