ກອງປະຊຸມທາງອອນລາຍທົ່ວປະເທດຜັນຂະຫຍາຍວຽກງານເລືອກຕັ້ງ

(VOVWORLD) - ສະຖານທີ່ເຊື່ອມຕໍ່ຫຼັກແມ່ນຢູ່ຫໍສະພາແຫ່ງຊາດໂດຍມີການເຊື່ອມຕໍ່ກັບ 63 ສະຖານທີ່ຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.
ກອງປະຊຸມທາງອອນລາຍທົ່ວປະເທດຜັນຂະຫຍາຍວຽກງານເລືອກຕັ້ງ - ảnh 1ທີ່ກອງປະຊຸມກັບບັນດາອົງການທີ່ກ່ຽວຂ້ອງ
(ພາບ: quochoi.vn)

ຕອນບ່າຍວັນທີ 19 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ຫ້ອງການສະພາເລືອກຕັ້ງແຫ່ງຊາດໄດ້ຈັດກອງປະຊຸມກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອແນໃສ່ກະກຽມເງື່ອນໄຂການຈັດຕັ້ງກອງປະຊຸມທາງອອນລາຍທົ່ວປະເທດ ກ່ຽວກັບການຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026. ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາເລືອກຕັ້ງແຫ່ງຊາດ ຫງວຽນແຮ້ງຟຸກ ໃຫ້ຮູ້ວ່າ, ຄາດວ່າກອງປະຊຸມຈະດຳເນີນທາງອອນລາຍໃນວັນທີ 21 ມັງກອນ. ສະຖານທີ່ເຊື່ອມຕໍ່ຫຼັກແມ່ນຢູ່ຫໍສະພາແຫ່ງຊາດໂດຍມີການເຊື່ອມຕໍ່ກັບ 63 ສະຖານທີ່ຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ. ກອງປະຊຸມຈະຮັບຟັງບົດລາຍງານກ່ຽວກັບວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ເລືອກຕັ້ງສະມາຊິກສະພາປະຊາຊົນ; ບັນດາເອກະສານແນະນຳລະອຽດກ່ຽວກັບຂັ້ນຕອນການເລືອກຕັ້ງ… ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ເນັ້ນໜັກວ່າ, ນີ້ແມ່ນກອງປະຊຸມສຳຄັນຍິ່ງ, ເຊິ່ງໄດ້ດຳເນີນກ່ອນການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ. ສະນັ້ນ, ວຽກງານກະກຽມຕ້ອງປະຕິບັດຢ່າງເຂັ້ມງວດ, ຮອບຄອບ, ລະອຽດ, ມີຄວາມສະຫງົບປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ