ກອງປະຊຸມທາງອອນລາຍຮັບຟັງການລາຍງານກ່ຽວກັບໝາກຜົນກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ

(VOVWORLD) - ທີ່ກອງປະຊຸມ, ທ່ານນາງ ສູນທອນ ໄຊຍະຈັກ ຢືນຢັນວ່າ: ກອງປະຊຸມໃຫ່ຍໄດ້ປະສົບຜົນສຳເລັດຢ່າງຈົບງາມ, ແມ່ນຂີດໝາຍສຳຄັນ ເປີດໄລຍະພັດທະນາໃໝ່ຂອງການປະຕິວັດລາວ.
ກອງປະຊຸມທາງອອນລາຍຮັບຟັງການລາຍງານກ່ຽວກັບໝາກຜົນກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ - ảnh 1ພາບ: TTXVN

    ວັນທີ 26 ກຸມພາ, ທ່ານນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນປະຕິວັດລາວ, ທູດພິເສດຂອງທ່ານເລຂາທິການໃຫ່ຍ, ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ລາຍງານຜ່ານທາງອອນລາຍ ກ່ຽວກັບໝາກຜົນກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ທ່ານ ຮ່ວາງບິນກວັນ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ, ທູດພິເສດຂອງທ່ານເລຂາທິການໃຫ່ຍ, ປະທານປະເທດ ຫງວຽນຝູຈ້ອງ ແລະ ຜູ້ຕາງໜ້າການນຳບັນດາຄະນະຂອງພັກ, ບາງກະຊວງ, ຂະແໜງການ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງ, ໝູ່ຄະນະປະຊາຊົນຂອງຫວຽດນາມ ໄດ້ຮັບຊາບ.

ທີ່ກອງປະຊຸມ, ທ່ານນາງ ສູນທອນ ໄຊຍະຈັກ ຢືນຢັນວ່າ: ກອງປະຊຸມໃຫ່ຍໄດ້ປະສົບຜົນສຳເລັດຢ່າງຈົບງາມ, ແມ່ນຂີດໝາຍສຳຄັນ ເປີດໄລຍະພັດທະນາໃໝ່ຂອງການປະຕິວັດລາວ. ທ່ານ ຮ່ວງບິນກວັນ ໄດ້ຕີລາຄາສູງເລື່ອງ ພັກປະຊາຊົນປະຕິວັດລາວ ໄດ້ລາຍງານກ່ຽວກັບໝາກຜົນກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ພັກກອມມູນິດຫວຽດນາມ ຊື່ງສະແດງໃຫ້ເຫັນວ່າ ພັກປະຊາຊົນປະຕິວັດລາວ ຖືການພົວພັນມິດຕະພາບທີ່ຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ເປັນສຳຄັນ; ທ່ານເຊື່ອໝັ້ນວ່າ, ໂດຍພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ສືບຕໍ່ຍາດໄດ້ບັນດາຜົງານໃໝ່ທີ່ໃຫ່ຍຫຼວງກວ່າອີກ ໃນພາລະກິດປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊ, ສ້າງສາປະເທດລາວແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ