ກອງປະຊຸມທາງອອນລາຍເຈົ້າໜ້າທີ່ອາສຸໂສພະລັງງານ ອາຊຽນ

(VOVWORLD) - ກອງປະຊຸມທາງອອນລາຍເຈົ້າໜ້າທີ່ອາວຸໂສພະລັງງານ ອາຊຽນ ຄັ້ງທີ 38 (SOME 38) ດຳເນີນໃນລະຫວ່າງວັນທີ 24 – 25 ສິງຫາ 2020. 

ເຂົ້າຮ່ວມກອງປະຊຸມມີຫົວໜ້າຄະນະຜູ້ແທນຂອງບັນດາປະເທດ ອາຊຽນ, ຜູ້ຕາງໜ້າຄະນະເລຂາ ອາຊຽນ, ສູນພະລັງງານ ອາຊຽນ, ອົງການພະລັງງານສາກົນ IEA, ອົງການພະລັງງານຜະລິດຄືນໃໝ່ສາກົນ IRENA ແລະ ບັນດາຄູ່ຮ່ວມມື (ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ, ນິວຊີແລນ, ອິນເດຍ, ລັດເຊຍ, ອາເມລິກາ, ສະຫະພາບເອີຣົບ).

ກອງປະຊຸມທາງອອນລາຍເຈົ້າໜ້າທີ່ອາສຸໂສພະລັງງານ ອາຊຽນ - ảnh 1 ກອງປະຊຸມທາງອອນລາຍເຈົ້າໜ້າທີ່ອາສຸໂສພະລັງງານ ອາຊຽນ (ພາບ: TTXVN)

  ເນື້ອໃນຕົ້ນຕໍຂອງກອງປະຊຸມແມ່ນພິຈາລະນາໝາກຜົນແຫ່ງການປະຕິບັດແຜນການດຳເນີນງານ ອາຊຽນ ກ່ຽວກັບພະລັງງານ (APAEC) ໄລຍະ 2016 – 2025, ໄລຍະ 1: 2016 – 2020; ຮ່ວມມືກັບຄູ່ຮ່ວມມື, ພົບປະເຈລະຈາກັບບັນດາອົງການຈັດຕັ້ງສາກົນ; ອັບເດດບັນດາບັນຫາບຸລິມະສິດປີ 2020 ໃນຂົງເຂດພະລັງງານ ອາຊຽນ ແລະ ເນື້ອໃນຕ່າງໆທີ່ກະກຽມໃຫ້ກອງປະຊຸມລັດຖະມົນຕີພະລັງງານ ອາຊຽນ ຄັ້ງທີ 38 ແລະ ກອງປະຊຸມທີ່ກ່ຽວຂ້ອງ ຈະດຳເນີນແຕ່ວັນທີ 02 – 06 ພະຈິກ 2020. ກອງປະຊຸມເຫັນດີເປັນເອກະພາບບັນດາເນື້ອໃນຕົ້ນຕໍໃນການຮ່ວມມືພະລັງງານ ອາຊຽນ ປີ 2020 ແມ່ນ: ສືບຕໍ່ຜັນຂະຫຍາຍບັນດາເນື້ອໃນວຽກງານໃນຂອງເຂດການຮ່ວມມື ອາຊຽນ; ພ້ອມທັງ ສົມທົບກັບບັນດາປະເທດສະມາຊິກ, ບັນດາອົງການຈັດຕັ້ງສາກົນ ເພື່ອຜັນຂະຫຍາຍ 8 ບຸລິມະສິດການຮ່ວມມືພະລັງງານອາຊຽນ ປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ