ກອງປະຊຸມທາງໄກຂອງນາຍົກລັດຖະມົນຕີກັບບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດກ່ຽວກັບການຍູ້ແຮງວຽກງານການທູດເສດຖະກິດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, 9 ເດືອນຜ່ານມາ, ສະພາບການໂລກມີການຜັນແປໄວ, ສັບສົນກ່ວາການຄາດຄະເນ
ກອງປະຊຸມທາງໄກຂອງນາຍົກລັດຖະມົນຕີກັບບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດກ່ຽວກັບການຍູ້ແຮງວຽກງານການທູດເສດຖະກິດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:VGP/Nhật Bắc)

ວັນທີ 19 ກັນຍາ, ທີ່ຮ່າໂນ້ຍ, ກອງປະຊຸມທາງໄກຂອງນາຍົກລັດຖະມົນຕີກັບບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ກ່ຽວກັບການຍູ້ແຮງວຽກງານການທູດເສດຖະກິດ ໄດ້ຮັບການຈັດຂຶ້ນດ້ວຍຮູບແບບເຊິ່ງໜ້າສົມທົບກັບ ທາງໄກ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, 9 ເດືອນຜ່ານມາ, ສະພາບການໂລກມີການຜັນແປໄວ, ສັບສົນກ່ວາການຄາດຄະເນ. ໃນສະພາບການນັ້ນ, ພາຍໃຕ້ການຊີ້ນຳ ນຳພາທີ່ສະຫຼາດສ່ອງໄສຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາ, ສະນັ້ນ, ເສດຖະກິດມະຫາພາກຂອງປະເທດຊາດເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການຄ້ຳປະກັນຊີວິດສັງຄົມໄດ້ຮັບຄວາມເອົາໃຈໃສ່, ຄວາມເປັນລະບຽບຮຽບຮ້ອຍສັງຄົມໄດ້ຮັບປະກັນ… ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ການປະກອບສ່ວນເຂົ້າໃນຜົນງານລວມນັ້ນມີຄວາມມານະພະຍາຍາມ, ຄວາມຕັດສິນໃຈ, ຜັນຂະຫຍາຍໜ້າທີ່ຂອງຂະແໜງການທູດເວົ້າລວມ ແລະ ຂອງບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ຕ່າງປະເທດເວົ້າສະເພາະ. ທ່ານກ່າວວ່າ:

“ຈົ່ງຕີລາຄາສະພາບການຢ່າງລະອຽດ, ຮັບຮູ້, ກຳແໜ້ນໄດ້ກາລະໂອກາດ ແລະ ສິ່ງທ້າທາຍ, ພິເສດແມ່ນບັນດາກາລະໂອກາດທີ່ ຫວຽດນາມ ຄວນຍາດແຍ່ງ, ໝູນໃຊ້, ພິເສດແມ່ນກ່ຽວກັບການສົ່ງອອກ, ການລົງທຶນ, ການທ່ອງທ່ຽວ, ວິທະຍາສາດ - ເຕັກໂນໂລຊີ, ບັນດາກຳລັງໜູນການເຕີບໂຕໃໝ່… ເພື່ອແນໃສ່ລະດົມແຫຼ່ງກຳລັງຮັບໃຊ້ການຟື້ນຟູ ແລະ ພັດທະນາປະເທດຊາດ.  ສະເໜີບັນດາມາຕະການຍູ້ແຮງບັນດາການເຄື່ອນໄຫວການທູດເສດຖະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ, ຢູ່ທຸກຂັ້ນ, ທຸກຂະແໜງການດ້ວຍຈິດໃຈຄິດໃຫຍ່, ຄິດໃໝ່, ຄິດມາດຕະການກະໂດດຂັ້ນ…”

ຕອບກັບ

ຂ່າວ/ບົດ​ອື່ນ