ກອງປະຊຸມທາງໄກສະຫຼຸບສົກຮຽນ 2022 – 2023 ແລະ ກະກຽມເຂົ້າສົກຮຽນໃໝ່

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ ສືບຕໍ່ກວດກາ, ປັບປຸງ, ເພີ່ມເຕີມລະບອບລະບຽບການ, ກົນໄກ, ນະໂຍບາຍ… ໃຫ້ສົມບູນແບບໂດຍໄວ ເພື່ອສ້າງຄວາມສະດວກປະຕິບັດການປ່ຽນແປງໃໝ່ການສຶກສາ - ບຳລຸງສ້າງ
ກອງປະຊຸມທາງໄກສະຫຼຸບສົກຮຽນ 2022 – 2023 ແລະ ກະກຽມເຂົ້າສົກຮຽນໃໝ່ - ảnh 1 (ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມ)

        ຕອນບ່າຍວັນທີ 18 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມກອງປະຊຸມທາງໄກສະຫຼຸບສົກຮຽນ 2022 – 2023 ແລະ ກະກຽມເຂົ້າສົກຮຽນໃໝ່ 2023 – 2024.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ ສືບຕໍ່ກວດກາ, ປັບປຸງ, ເພີ່ມເຕີມລະບອບລະບຽບການ, ກົນໄກ, ນະໂຍບາຍ… ໃຫ້ສົມບູນແບບໂດຍໄວ ເພື່ອສ້າງຄວາມສະດວກປະຕິບັດການປ່ຽນແປງໃໝ່ການສຶກສາ - ບຳລຸງສ້າງ, ຍົກສູງປະສິດທິພາບ, ປະສິດທິຜົນການຄຸ້ມຄອງຂອງລັດກ່ຽວກັບການສຶກສາ. ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີໄດ້ມອບໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ມີມາດຕະການແກ້ໄຂດ້ານການເງິນ ເພື່ອໜູນຊ່ວຍຄູອາຈານຢູ່ເຂດຫ່າງໄກສອກຫຼີກ; ສືບຕໍ່ລົງທຶນພື້ນຖານໂຄງລ່າງຢູ່ບັນດາເຂດຊົນເຜົ່າສ່ວຍໜ້ອຍ, ເຂດພູດອຍ, ເຂດທະເລໝູ່ເກາະ. ກ່ອນທີ່ກ້າວເຂົ້າສົກຮຽນໃໝ່, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ບັນດາຄູອາຈານ ຍາມໃດກໍ່ເສີມຂະຫຍາຍນ້ຳໃຈຮັກຊາດ, ນ້ຳໃຈຄວາມຮັບຜິດຊອບ, ແກ້ໄຂທຸກຄວາມຫຍຸ້ງຍາກ, ປະກອບສ່ວນເຂົ້າໃນການພັດທະນາຢ່າງຮຸ່ງເຮືອງເຫຼືອມເຫຼື້ອມຂອງຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ