ກອງປະຊຸມທາບທາມຄວາມເຫັນບໍ່ເປັນທາງການຂັ້ນລັດຖະມົນຕີກະກຽມໃຫ້COP21

ກອງປະຊຸມທາບທາມຄວາມເຫັນບໍ່ເປັນທາງການຂັ້ນລັດຖະມົນຕີກະກຽມໃຫ້COP21 - ảnh 1
(ພາບປະກອບ)

(vovworld) – ກອງ​ປ​ະຊຸມ​ທາ​ບທາມ​ຄວາມ​ເຫັນ​ບໍ່​ເປັນ​ທາງ​ການ​ຂັ້ນ​ລັດຖະ​ມົນຕີ​ກະ​ກຽມ​​ໃຫ້​ກອງ​ປ​ະຊຸມສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າອາກາດ (COP 21) ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 08/11, ຢູ່​ປາຣີ, ປະ​ເທດ​ຝລັ່ງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດຖະມົນຕີ​ສິ່ງ​ແວ​ດລ້ອມ ​ແລະ ພະ​ລັກ​ງງານ 60 ທ່ານທີ່​ມາ​ຈາກ​ຫຼາຍປ​ະ​ເທດ​ສັງ​ກັດ​ທະ​ວີບ​ຕ່າ​ງໆ​ໃນ​ໂລກ. ກອງປະຊຸມ​ດຳ​ເນີນ​ໄປ​ເປັນ​ເວລາ 3 ວັນ, ພາຍ​ໃຕ​້ການ​ເປັນ​ປະທານ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius, ປະທານ​ກອງ​ປະຊຸມ COP 21 ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ສິ່ງ​ແວ​ດລ້ອມ​ເປຣູ Manuel Pulgar Vidal, ປະທານ​ກອງ​ປ​ະຊຸມ COP 21.

      ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius ​​ໃຫ້​ຮູ້​ວ່າ, ການ​ເຈລະຈາຕ່າງໆ​ໃນ​ເດືອນ 10 ຜ່ານ​ມາ​ຢູ່​ເຢຍລະ​ມັນ, ​ເຖິງ​ວ່າ​ບັນດາ​ຝ່າຍ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງກັນ​ກໍ​ຕາມ, ​ແຕ່​ເບິ່ງ​ລວມ​ແລ້ວ, ບັນດາ​ປະ​ເທດ​ໄດ້​ເປັນ​ເອກະ​ພາບຕໍ່​ຮ່າງເອກະສານ​​ເນື້ອ​ໃນ​ຕົ້ນ​ຕໍ່ສະບັບ​ໜຶ່ງ​ໃຫ້​ຂໍ້​ຕົກລົງທີ່​ມີ​ລັກສະນະ​ສັງ​ລວມກ່ຽວ​ກັບ​ອາກາດ ​ເຊິ່ງ​ຈະ​ໄດ້​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ COP 21.

ຂ່າວ/ບົດ​ອື່ນ