ກອງປະຊູມທາບທາມຄຳເຫັນດ້ານການເມືອງຄັ້ງທີ2ຫວຽດນາມ-Algeria

ກອງປະຊູມທາບທາມຄຳເຫັນດ້ານການເມືອງຄັ້ງທີ2ຫວຽດນາມ-Algeria - ảnh 1
ກອງປະຊູມທາບທາມຄຳເຫັນດ້ານການເມືອງຄັ້ງທີ2ຫວຽດນາມ-Algeria
(ພາບ: TTXVN)

(vovworld) - ​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ລະ​ຫວ່າງກະຊວງ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ, ກອງ​ປະ​ຊູ​ມທາ​ບທາມ​ຄຳ​ເຫັນ​ດ້ານການ​ເມືອງ​ຄັ້ງທີ 2 ລະຫວ່າງ ຫວຽດນາມ ​ແລະ Algeria ຖືກ​ຈັດຕັ້ງ​ໃນວັນ​ທີ 30/3 ຢູ່​ນະຄອນຫຼວງ Algiers ປະ​ເທດ Algeria. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫງວຽນ​ເຟືອງ​ງາ ​ເປັນ​ຫົວໜ້າຄະນະ ສ່ວນຝ່າ​ຍ Algeria ​ແມ່ນ​ທ່ານ​ເລຂາທິການ​ໃຫຍ່​ກະຊວງ​ການ​ຕ່າງປະ​ເທດ, Abdelhamid Senouci Bereksi. ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາບ​ກ່ຽວກັບ​ສະພາບ​ການ​ເມືອງ, ​ເສດຖະກິດ, ສັງຄົມ​ຂອງ​ແຕ່​ລະ​ປະ​ເທດ ​ແລະ ​ແລກປ່ຽນບັນດາ​ມາດ​ຕະການ​ເພື່ອ​ຊູ​ກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖີງຢ່າງ​ເລີກ​ເຊີ່ງ. ຫວຽດນາມ ​ແລະ Algeria ​​ເຫັນ​ດີ​ເພີ່ມ​ທະວີ​ການ​

ແລ​ກປ່ຽນຄະນະ​ຜູ້​ແທນ​ທຸກຂັ້ນ,​ ພິ​ເສດ​ແມ່ນ​ຂັ້ນສູງ, ​ເພີ່ມ​ທະວີ​ການ​​​ແລກປ່ຽນພົບ​ປະ​ປະຊາຊົນ,​ ​ເປີດ​ກວ້າງ​ການ​ສຳ​ຜັດລະຫວ່າງ​ບັນດາ​ວິ​ສາ​ຫະກິດ. ສອງ​ຝ່າຍ​ກໍ່​ເຫັນ​ດີເປັນ​ເອກະພາບ​ຕັ້ງໜ້າສົມທົບ​ກັນ ​ແລະ ສະໜັບສະໜຸນ​ເຊິ່ງກັນ​ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ, ພ້ອມ​ທັງ​ແລກປ່ຽນກ່ຽວກັບ​ບັນດາ​ບັນຫາພາກພື້ນ ​ແລະ ສາກົນ​ເຊີ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

   ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ Algeria ຄັ້ງນີ້, ທ່ານ​ນາງ​ຮອງ​ລັດຖະມົນຕີ ຫງວຽນ​ເຟືອງ​ງາ ​ໄດ້​ເຂົ້າ​ຢ້ຽມຄຳນັບ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ Algeria, Lamtane Lamamra.

 

ຂ່າວ/ບົດ​ອື່ນ