ກອງປະຊຸມທຳອິດຂອງກຸ່ມທີ່ປຶກສາດ້ານນິວເຄຼຍຂອງ ສ ເກົາຫຼີ - ອາເມລິກາ ຈະຈັດຂຶ້ນໃນວັນທີ 18 ກໍລະກົດ

(VOVWORLD) - ກອງປະຊຸມໂດຍທ່ານ Kim Tae – hyo, ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງ ສ ເກົາຫຼີ ແລະ ທ່ານ Kurt Campbell, ຜູ້ປະສານງານສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ກ່ຽວກັບບັນດາບັນຫາ ມະຫາສະໝຸດອິນເດຍ - ປາຊີຟິກ.

ກອງປະຊຸມທຳອິດຂອງກຸ່ມທີ່ປຶກສາດ້ານນິວເຄຼຍ (NCG) ລະຫວ່າງ ສ ເກົາຫຼີ ແລະ ອາເມລິກາ ຈະດຳເນີນໃນວັນທີ 18 ກໍລະກົດ ຢູ່ນະຄອນຫຼວງ ເຊີອຸນ, ສ ເກົາຫຼີ. ຫ້ອງວ່າການປະທານາທິບໍດີ ສ ເກົາຫຼີ ໃຫ້ຮູ້ວ່າ ກອງປະຊຸມຈະປຶກສາຫາລືກ່ຽວກັບເລື່ອງແບ່ງປັນຂໍ້ມູນຂ່າວ, ກົນໄກທາບທາມຄວາມເຫັນ, ສ້າງແຜນການ ແລະ ປະຕິບັດລວມທີ່ໄດ້ສ້າງຂຶ້ນເພື່ອເພີ່ມທະວີຄວາມນາບຂູ່ດ້ານການເມືອງສຳລັບ ສປປ ເກົາຫຼີ. ກອງປະຊຸມໂດຍທ່ານ Kim Tae – hyo, ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງ ສ ເກົາຫຼີ ແລະ ທ່ານ Kurt Campbell, ຜູ້ປະສານງານສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ກ່ຽວກັບບັນດາບັນຫາ ມະຫາສະໝຸດອິນເດຍ - ປາຊີຟິກ.

        ກຸ່ມທີ່ປຶກສາດ້ານນິວເຄຼຍ ໄດ້ປະກາດເປັນຄັ້ງທຳອິດໃນກອງປະຊຸມສຸດຍອດສອງຝ່າຍຢູ່ນະຄອນຫຼວງ ວໍຊິງຕັນ ຂອງປະເທດ ອາເມລິກາ ເມື່ອເດືອນ ເມສາ ໃນສະພາບການທີ່ ສ ເກົາຫຼີ ນັບມື້ນັບມີຫຼາຍຄຳຮຽກຮ້ອງຜະລິດລູກລະເບີດນິວເຄຼຍ. ແຕ່ວ່າຝ່າຍ ອາເມລິກາ ໄດ້ຄັດຄ້ານການກະທຳນີ້.

ຕອບກັບ

ຂ່າວ/ບົດ​ອື່ນ