ກອງ​ປະ​ຊຸມ​ນັກ​ວິ​ທະ​ຍາ​ສາດ​ ແລະ ອຸດ​ສາ​ຫ​ະ​ກຳເພດ​ຍິງຄັ້ງ​ທີ ໜຶ່ງ

(VOVWORLD) -ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມແລ້ວ, ທຸກຂັ້ນ, ທຸກຂະແໜງການຕ້ອງສ້າງເງື່ອນໄຂໃຫ້ແກ່ວິທະຍາສາດເຕັກໂນໂລຢີພັດທະນາກ່ວາອີກ, ໃນນັ້ນມີການພັດທະນາຂອງບັນດານັກວິທະຍາສາດ, ບັນດາປັນຍາຊົນທີ່ເປັນເພດຍິງ.
ກອງ​ປະ​ຊຸມ​ນັກ​ວິ​ທະ​ຍາ​ສາດ​ ແລະ ອຸດ​ສາ​ຫ​ະ​ກຳເພດ​ຍິງຄັ້ງ​ທີ ໜຶ່ງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມກ່າວຄຳເຫັນທີ່ກອງປະຊຸມ (ພາບ: chinhphu.vn) 

ຄວນສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມມີສາດສະດາຈານ, ຮອງສາດສະດາຈານທີ່ເປັນເພດຍິງ ແລະ ຜົນງານດ້ານວິທະຍາສາດຂອງນັກວິທະຍາສາດຍິງໃຫ້ຫຼາຍກ່ວາອີກ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ຫວູດຶກດາມຮອງນາຍົກລັດຖະມົນຕີ ຫວຽດນາມ ທີ່ກອງປະຊຸມນັກວິທະຍາສາດ ແລະ ອຸດສາຫະກຳເພດຍິງຄັ້ງທີ 1 ເຂດພາກເໜືອ, ໂດຍສະມາຄົມປັນຍາຊົນຍິງ ຫວຽດນາມ ຈັດຕັ້ງໃນວັນທີ 17 ຕຸລາ ຢູ່ຮ່າໂນ້ຍ.

        ທ່ານ ຫວູດຶກດາມ ເນັ້ນໜັກວ່າ ຫວຽດນາມແມ່ນປະເທດກຳລັງພັດທະນາ, ລາຍຮັບສະເລ່ຍແມ່ນ 2.700 USD/ຄົນ/ປີ ເພື່ອມີລາຍຮັບສະເລ່ຍ ແລະ ຫຼຸດພົ້ນອອກຈາກ ປະເທດທຸກຍາກຈັດເຂົ້າກຸ່ມບັນດາປະເທດມີລາຍຮັບປານກາງໃນໄລຍະ 20 ປີຈະມາເຖິງ, ລາຍຮັບສະເລ່ຍຕໍ່ຫົວຄົນຂອງ ຫວຽດນາມຕ້ອງເຕີບໂຕກ່ວາ 7,5%/ປີ, ໝາຍຄວາມວ່າ ການເຕີບໂຕ GDP ໃນແຕ່ລະປີ ຕ້ອງສູງກ່ວາ 8%, ນີ້ແມ່ນສິ່ງທ້າທາຍອັນໃຫຍ່ຫຼວງ. ທ່ານ ຫວູດຶກດາມ ຍົກອອກຢ່າງຈະແຈ້ງວ່າ:

        ພວກເຮົາຢາກພັດທະນາຢ່າງວ່ອງໄວແຕ່ພັດຢາກພັດທະນາແບບຍືນຍົງກ່ວາ ເປັນຕົ້ນແມ່ນໃນການປະຕິວັດອຸດສາຫະກຳ ຄັ້ງທີ 4 ມີຫຼາຍວຽກຕ້ອງເຮັດ. ແຕ່ການກໍ່ສ້າງ ລະບອບລະບຽບການ, ຕະຫຼອດຮອດການເຜີຍແຜ່ຂໍ້ມູນຄວາມຮູ້. ສຳຄັນພິເສດເປັນການສຶກສາ ບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ພັດທະນາລະບົບປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ, ເພື່ອໃຫ້ ວິທະຍາສາດ ເຕັກໂນໂລຢີພັດທະນາຢ່າງແທ້ຈິງ.

        ກໍ່ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມແລ້ວ, ທຸກຂັ້ນ, ທຸກຂະແໜງການຕ້ອງສ້າງເງື່ອນໄຂໃຫ້ແກ່ວິທະຍາສາດເຕັກໂນໂລຢີພັດທະນາກ່ວາອີກ, ໃນນັ້ນມີການພັດທະນາຂອງບັນດານັກວິທະຍາສາດ, ບັນດາປັນຍາຊົນທີ່ເປັນເພດຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ