ກອງປະຊຸມບັນດາ ນັກອຸປະຖຳສາກົນ ໃນຂົງເຂດກະສີກຳ

ກອງປະຊຸມບັນດາ ນັກອຸປະຖຳສາກົນ ໃນຂົງເຂດກະສີກຳ - ảnh 1
ການ​ຜະລິດ​ກະ​ສີ​ກຳ​ຂອງ​ຫວຽດນາມ​ໄດ້​ມີ​ບາດກ້າວ​ດີ​ພໍ​ສົມຄວນ


Vovworld- ຕອນ​ເຊົ້າວັນທີ 4/12, ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ຫວຽດນາມ​​ໄດ້​ສົມທົບ​ກັບ​ສະຖານທູດ​ຍີ​ປຸ່ນປະຈຳ​ຫວຽດນາມ ຈັດ​ກອງ​ປະຊຸມ “ ສ້າງໂຄງປະກອບຂະແໜງກະສີກຳຄືນໃໝ່ : ການພັດທະນາແບບຍືນຍົງ ແລະ ມຸນຄ່າເພີ່ມ ” . ບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ ການຜະລິດກະສີກຳຂອງ ຫວຽດນາມໄດ້ ແລະ ພວມ​ມີ​ສັນຍານ​ສົ່ງ​ຜົນ​ກະທົບ​ທີ່​ບໍ່​ດີ​ຕໍ່​ສິ່ງ​ແວດ​ລ້ອມ. ດັ່ງ​ນັ້ນ, ຄຸນ​ນະພາ​ບ ​ແລະ ຄວາມ​ໝັ້ນຄົງ​ຂອງ​ການ​ເຕີບ​ໂຕ​ດ້ານກະສີກຳ​ຂອງ​ຫວຽດນາມ ​ແມ່ນ​ບັນຫາ​ຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ​ໂຄງການ ສ້າງໂຄງປະກອບຂະແໜງກະສີກຳຄືນໃໝ່​ໄດ້​ຮັບ​ການ​ສ້າງຕາມ​ທິດ​ຍົກ​ສູງ​ມຸນ​ຄ່າ​ເພີ່ມ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ດ​້ວຍ 3 ​ເສົາ​ຄ້ຳ​ຕົ້ນຕໍ​ລວມມີ ການ​ພັດທະນາ​ຊົນນະບົດ, ສັງຄົມ, ສິ່ງ​ແວດ​ລ້ອມ. ທ່ານ​ລັດຖະມົນຕີ​ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກາວ​ດຶກ​ຟາດ ​ເນັ້ນ​ໜັກ​ວ່າ : 

    “ ​ໂດຍ​ຜ່ານ​ເວທີ​ປາ​ໄສ​ຄັ້ງ​ນີ້, ກະຊວງກະສີກຳ ແລະ ພັດທະນາຊົນນະບົດ ຫວຽດນາມຫວັງ​ໄດ້​ຮັບ​ຟັງ, ​ແບ​່ງປັນ​ຈາກ​ຫຼາຍ​ແງ່​ມຸມ​ທີ່​ແຕກ​ຕ່າງ​ກັນ​ຂອງ​ບັນດາ​ນັກ​ລົງທຶນ, ປະຊາ​ຄົມ​ບັນດານັກອຸປະຖຳ​ການ​ເງິນ, ວິ​ສາ​ຫະກິດ, ຜູ້​ຊ່ຽວຊານ, ນັກຮຽນ​ຮູ້​ທີ່​ມາ​ຈາກ​ທ້ອງ​ຖິ່ນ​ຕ່າງໆ​ກ່ຽວ​ກັບ​ສິ່ງ​ທ້າ​ທາຍ, ກາລະ​ໂອກາດ ​ແລະ ຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນຍົງຂອງ​ຂະ​ແໜງ​ເມື​ອ່ຜັນ​ຂະຫຍາຍ ​ການສ້າງໂຄງ ປະກອບຂະແໜງກະສີກຳຄືນໃໝ່. ຫວັງ​ວ່າ​ຈະ​ໄດ້​ຮັບ​ຄວາມ​ເຫັນ​ດີ​ກ່ຽວ​ກັບ​ທັດສະນະ, ຫຼັກການ, ບັນດາ​ຈຸດໝາຍ, ການ​ກຳນົ​ດ​ທິດກ່ຽວ​ກັບ​ການສ້າງໂຄງ ປະກອບຂະແໜງກະສີກຳຄືນໃໝ່ ຕິດ​ພັນ​ກັບ​ການ​ຜັນ​ຂະຫຍາຍ​ແຜນການ​ປີ 2013 ຂອງ​ຂະ​ແໜງ ​ແລະ ຂອງ​ທົ່ວ​ທັງປະ​ເທດ ”

 

 

 

ຂ່າວ/ບົດ​ອື່ນ