ກອງ​ປະຊຸມ​ບັນດາ​ນັກວິທະຍາສາດໜຸ່ມ ອາຊຽນ 2019

(VOVWORLD) - ກອງປະຊຸມບັນດານັກວິທະຍາສາດໜຸ່ມ ອາຊຽນ 2019 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 2 ທັນວາ ຢູ່ຮ່າໂນ້ຍ. ເຫດການ ແມ່ນໜຶ່ງໃນບັນດາການເຄື່ອນໄຫວສໍາຄັນ ກະກຽມໃຫ້ແກ່ບັນດາເຫດການ ສໍາລັບຊາວໜຸ່ມ, ປັນຍາຊົນໜຸ່ມໃນປີ 2020 ເມື່ອຫວຽດນາມ ຮັບບົດບາດເປັນປະທານ ອາຊຽນ.
ກອງ​ປະຊຸມ​ບັນດາ​ນັກວິທະຍາສາດໜຸ່ມ ອາຊຽນ 2019 - ảnh 1ບັນດາຜູ້ຕາງໜ້ານັກວິທະຍາສາດໜຸ່ມຂອງບັນດາປະເທດອາຊຽນ ເຂົ້າຮ່ວມກອງປະຊຸມ (ພາບ: daibieunhandan.vn)

        ໃນກອງປະຊຸມບັນດານັກວິທະຍາສາດໜຸ່ມ ອາຊຽນ 2019, ບັນດາຜູ້ແທນ ຫວຽດນາມ ແລະ ຜູ້ແທນທີ່ມາຈາກບັນດາປະເທດ ອາຊຽນ ໄດ້ປຶກສາຫາລືກ່ຽວກັບບົດບາດຂອງວິທະຍາສາດ ແລະ ເຕັກໂນໂລຢີໃນເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ. ບັນດານັກຊ່ຽວຊານ, ນັກວິທະຍາສາດ ຢັ້ງຢືນວ່າການພັດທະນາແຫຼ່ງຊັບພະຍາກອນມະນຸດ, ໃນນັ້ນ ມະນຸດແມ່ນໃຈກາງຂອງການພັດທະນາ.

        ໃນຂອບເຂດກອງປະຊຸມ ຍັງດໍາເນີນບັນດາກອງປະຊຸມສໍາມະນາຕາມຫົວເລ່ືອງຄື: ປົກປັກຮັກສາສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ; ບັນດາຂໍ້ລິເລີ່ມ ແລະ ຂໍ້ສະເໜີີແນະຈາກບັນດານັກວິທະຍາສາດໜຸ່ມ ເພື່ອແນໃສ່ພັດທະນາວິທະຍາສາດ ແລະ ເຕັກໂນໂລຢີໃນພາກພື້ນ ອາຊຽນ; ລາຍການບໍາລຸງສ້າງທັກສະນໍາພາຂອງນັກວິທະຍາຍາດໜຸ່ມ; ເຄື່ອນໄຫວຢ້ຽມຢາມເຂດປູສະນີຍະສະຖານປະຫວັດສາດ, ວັດທະນະທໍາຢູ່ຮ່າໂນ້ຍ. ກອງປະຊຸມບັນດານັກວິທະຍາສາດໜຸ່ມ ອາຊຽນ ແກ່ຍາວຮອດວັນທີ  5 ທັນວາ ຈຶ່ງອັດລົງ.


ຕອບກັບ

ຂ່າວ/ບົດ​ອື່ນ