ກອງປະຊຸມບັນດາຫົວໜ້າຜູ້ແທນກຸ່ມບັນດາອົງການສະຫະປະຊາຊາດ ເພື່ອການພັດທະນາ

ກອງປະຊຸມບັນດາຫົວໜ້າຜູ້ແທນກຸ່ມບັນດາອົງການສະຫະປະຊາຊາດ ເພື່ອການພັດທະນາ - ảnh 1

(ກອງປະ​ຊຸມບັນດາຫົວໜ້າຜູ້ແທນກຸ່ມບັນດາອົງການ
ສະຫະປະຊາຊາດເພື່ອການ ພັດທະນາພາກພື້ນ ອາຊີ - ປາຊີ​ຟິກ)


(vovworld) - ຕອນ​ເຊົ້າວັນ​ທີ 8/11, ທີ່ ຮ່າ​ໂນ້ຍ, ​ໄດ້​​ໄຂ​ຂຶ້ນກອງປະ​ຊຸມບັນດາຫົວໜ້າຜູ້ແທນ ກຸ່ມບັນດາອົງການສະຫະປະຊາຊາດເພື່ອການພັດທະນາພາກພື້ນ ອາຊີ - ປາຊີ​ຟິກ, ​ໂດຍ​ການ​ເຂົ້າຮ່ວມ​ຂອງທ່ານຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ແລະ ທ່ານ​ນາງ Helen Clark, ຜູ້ອຳນວຍການ​ໃຫຍ່​ອົງການ​ສະຫະ​ປະຊາຊາດເພື່ອການພັດທະນາ (UNDP) ທັງ​ເປັນ​ປະທານ​ກຸ່ມ​ບັນ​ດາ​ອົງການ​ສະຫະ​ປະຊາຊາດ ເພື່ອການພັດທະນາ ( UNDG ).

     ທີ່​ກອງ​ປະ​ຊຸ​ມ, ບັນດາ​ຜູ້​ແທນ​ປຶກສາ​ຫາລືກ່ຽວກັບ​ຄວາມ​ຄືບໜ້າ​ໃນ​ການ​ປະຕິບັດ​ຂໍ້​ລິ​ເລີ່​ມ​ເອກະ​ພາບ​ໃນການ​ເຄື່ອນໄຫວ, ​ໃນ​ນັ້ນ, ບັນດາ​ອົງການ​ຂອງ ສະຫະ​ປະຊາຊາດຈະ​ເຄື່ອນ​ໄຫວ​ຢ່າງ​ເປັນ​ເອກະ​ພາບ​ກັນ. ພ້ອມ​ນັ້ນ, ບັນດາ​ຜູ້​ແທນ​​ປຶກສາ​ຫາລືກ່ຽວກັບ​ໂຄງການດຳ​ເນີນ​ງານພັດທະນາຫຼັງປີ 2015 ​ແລະ ວິທີ​ເພື່ອເລ່ັງ​ຄວາມ​ຄືບໜ້າການ​ປະຕິບັດ​ເພື່ອ​ບັນລຸ​ໄດ້​ບັນດາ​ເປົ້າໝາຍສະຫັດ​ສະຫວັດ​ໃນ​ທົ່ວ​ພາກພື້ນ​ໃນ​ປີ 2015.

     ກ່າວ​ຄຳ​ເຫັນ​ຢູ່​ກອງປະ​ຊຸມ, ທ່ານ​ນາງ Helen Clark ຕີ​ລາຄາ​ສູງ​ການໃຫ້​ບູລິ​ມະ​ສິດ​ຂອງສະຫະ​ປະຊາຊາດ​ໃນ​ພາກພື້ນ, ພິ​ເສດ​ແມ່ນ​ຕີ​ລາຄາ​ສູງ​ຕໍ່​ການ​ຫວຽດນາມ​ບັນລຸ​ໄດ້ຄວາມ​ກ້າວໜ້າທີ່ໜ້າປະ​ທັບໃຈຫຼາຍຢ່າງໃນການ ປະຕິບັດເປົ້າໝາຍສະຫັດສະຫວັດ,ພິເສດແມ່ນຫຼຸດຜ່ອນຄວາມທຸກ​ຍາກ ​ແລະ ສຶກສາ​ພື້ນຖານ.​ 

ຂ່າວ/ບົດ​ອື່ນ