ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 ແລະ ບັນດາກອງປະຊຸມກ່ຽວຂ້ອງດຳເນີນຢູ່ ຮ່າໂນ້ຍ

(VOVWORLD) - ແຕ່ວັນທີ 9 -21/5, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 (SOM 2) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ນີ້ແມ່ນກອງປະຊຸມໃຫຍ່ຄັ້ງທີ 2 ໃນປີ APEC 2017 ເພື່ອແນໃສ່ສືບຕໍ່ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນການຮ່ວມມືທີ່ສຳຄັນຂອງ APEC ແລະ ບັນດາບຸລິມະສິດທີ່ໄດ້ຮັບຮອງເອົາໃນກອງປະຊຸມ SOM 1, 
ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 ແລະ ບັນດາກອງປະຊຸມກ່ຽວຂ້ອງດຳເນີນຢູ່ ຮ່າໂນ້ຍ - ảnh 1 ກອງປະຊຸມ SOM 2

ພ້ອມທັງເປັນເອກະພາບມຸ່ງໄປເຖິງການສ້າງບັນດາເອກະສານເພື່ອຍື່ນສະເໜີຕໍ່ການນຳຂັ້ນສູງໃນເດືອນ 11 ຈະມາເຖິງ ແລະ ບັນດາກອງປະຊຸມລັດຖະມົນຕີປີ 2017 ຮັບຮອງເອົາ.

        ກອງປະຊຸມເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 (SOM 2) ເຊິ່ງລວມມີກອງປະຊຸມ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາ 49 ຄັ້ງ… ຂອງບັນດາຄະນະກຳມະການ, ກຸ່ມປະຕິບັດງານ APEC ໃນຫຼາຍຂົງເຂດທີ່ແຕກຕ່າງກັນຄື: ຫັນການຄ້າ ແລະ ການລົງທຶນເປັນເສລີ, ຫັນການດຳເນີນທຸລະກິດ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ການສຶກສາ, ເສດຖະກິດທາງເຄືອຂ່າຍອິນເຕີເນັດ, ແມ່ຍິງ ແລະ ເສດຖະກິດ… ເປັນສະດວກ. ຄາດວ່າ, ບັນດາເຫດການສຳຄັນນີ້ຈະດຶງດູດຜູ້ແທນທັງຢູ່ພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ຜູ້ຕາງໜ້າຂອງ 21 ພື້ນຖານເສດຖະກິດສະມາຊິກ, ສະພາການຮ່ວມມືເສດຖະກິດ ປາຊີຟິກ, ຄະນະເລຂາ ອາຊຽນ, ກອງປະຊຸມໃຫ້ຄຳປຶກສາວິສາຫະກິດ APEC ແລະ ບາງອົງການສາກົນ ແລະ ພາກພື້ນອື່ນໆ, ພ້ອມກັບຜູ້ຕາງໜ້າວົງການວິສາຫະກິດ ແລະ ນັກຮຽນຮູ້ໃນພາກພື້ນ. ຜູ້ຕາງໜ້າ 5 ກະຊວງ, ອົງການຂອງ ຫວຽດນາມ ຈະເປັນປະທານໂດຍກົງ ຫຼື ຮັບຜິດຊອບບົດບາດເປັນປະທານ, ຮອງປະທານຂອງບັນດາຄະນະກຳມະການ, ກຸ່ມປະຕິບັດງານຂອງ APEC.

ຕອບກັບ

ຂ່າວ/ບົດ​ອື່ນ