ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

(VOVWORLD) - ວັນທີ 09/05 ຢູ່ ຮ່າໂນ້ຍ, ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 (SOM 2) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ດຳເນີນກອງປະຊຸມທຳອິດ
ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ APEC ຄັ້ງທີ 2 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ - ảnh 1ກອງປະຊຸມຂອງກຸ່ມຄູ່ຮ່ວມມືນະໂຍບາຍກ່ຽວກັບແມ່ຍິງ ແລະ ເສດຖະກິດ 

 

ທີ່ກອງປະຊຸມຂອງກຸ່ມຄູ່ຮ່ວມມືນະໂຍບາຍກ່ຽວກັບແມ່ຍິງ ແລະ ເສດຖະກິດ, ໃນບົດກ່າວປາໄສ ທ່ານ ຢວານເມົ້າຢຽບ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຄະນະຜູ້ແທນ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ໄດ້ເລືອກເຟັ້ນ 4 ບຸລິມະສິດ: ຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງຕາມທິດລົງເລິກ; ເພີ່ມທະວີການເຊື່ອມໂຍງເສດຖະກິດພາກພື້ນ; ຍົກສູງຄວາມສາມາດແກ່ງແຍ້ງ ໃນສັກກະລາດດີຈີຕອນ, ແລະ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ພັດທະນາກະສິກຳໃຫ້ໝັ້ນຄົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ເຂົ້າຮ່ວມເວທີປາໄສຮ່ວມມືຄ້ຳປະກັນດ້ານສະບຽງອາຫານ (FSCF) ແລະ ກອງປະຊຸມສຳມະນາໃບຢັ້ງຢືນການສົ່ງອອກ. ທ່ານ ເລແອງງັອກ ຮັບຜິດຊອບຫ້ອງການຄຸ້ມຄອງຄຸນນະພາບຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າປາດຖະໜາວ່າ  ເມື່ອບັນດາປະເທດຮ່ວມມືນຳກັນ ສາມາດຊອກໄດ້ບັນດາຂົງເຂດ ເພື່ອຮ່ວມມື, ພ້ອມທັງອີງໃສ່ທັດສະນາຮ່ວມມື ແລະ ຊອກຮູ້ເຊິ່ງກັນ ແລະ ກັນ ເພື່ອຫລຸດຜ່ອນຮົ້ວກີດຂວາງດ້ານເຕັກນິກໃນຂົງເຂດກະສິກຳປ່າໄມ້ ແລະ ສິນໃນນ້ຳສົ່ງອອກຂອງ ຫວຽດນາມ”

ຕອບກັບ

ຂ່າວ/ບົດ​ອື່ນ