ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ ຢູ່ ຟີລິບປິນ

(VOVWORLD) - ບັນດາປະເທດໄດ້ເຫັນດີປະຕິບັດບັນດາການເຄື່ອນໄຫວທີ່ມີລັກສະນະລະຫວ່າງຂະແໜງໃນແຜນການສັງລວມປະຊາຄົມ ອາຊຽນ ຮອດປີ 2025 ຢ່າງມີປະສິດທິຜົນ

ກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ ອາຊຽນ ຢູ່ ຟີລິບປິນ - ảnh 1 ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ

(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ວັນທີ 22 ພຶດສະພາ, ຢູ່ ມານີລາ, ປະເທດ ຟີລິບປິນ, ບັນດາເຈົ້າໜ້າທີ່ອາວຸໂສ (SOM) ASEAN ໂຮມປະຊຸມປຶກສາຫາລືບັນດາມາດຕະການຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 30 (ເດືອນ 4/2017) ແລະ ກະກຽມບັນດາກອງປະຊຸມຂັ້ນລັດຖະມົນຕີຈະດຳເນີນໃນເດືອນສິງຫາ 2017 ຢູ່ ຟີລິບປິນ. ທ່ານ ຫງວຽນກວກຢູ້ງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ASEAN ຂອງ ຫວຽດນາມ, ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້. ນະທີ່ນີ້, ບັນດາປະເທດໄດ້ເຫັນດີປະຕິບັດບັນດາການເຄື່ອນໄຫວທີ່ມີລັກສະນະລະຫວ່າງຂະແໜງໃນແຜນການສັງລວມປະຊາຄົມ ອາຊຽນ ຮອດປີ 2025 ຢ່າງມີປະສິດທິຜົນ, ໃນນັ້ນໄດ້ລະດົມການເຂົ້າຮ່ວມຂອງບັນດາອົງການວິຊາສະເພາະຢ່າງຕັ້ງໜ້າ ແລະ ຄົບຖ້ວນ. ໃນການພົວພັນຕ່າງປະເທດ, ບັນດາປະເທດຢັ້ງຢືນຄວາມຕັດສິນໃຈຄືນໃໝ່ເພື່ອເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມືບົນພື້ນຖານເຄົາລົບບັນດາຫຼັກການພື້ນຖານຂອງ ອາຊຽນ ແລະ ຍົກສູງບົດບາດໃຈກາງຂອງປະຊາຄົມ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນກໍ່ຄືຊ່ວຍຍົກສູງບົດບາດຂອງ ອາຊຽນ ໃນການຮ່ວມມືພາກພື້ນເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມ. ທີ່ກອງປະຊຸມ, ບັນດາປະເທດໄດ້ແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, ປຶກສາຫາລືວິທີການຜັນຂະຫຍາຍໝາກຜົນການທາບທາມຄວາມເຫັນ ອາຊຽນ - ຈີນ ກ່ຽວກັບຖະແຫຼງການວ່າດ້ວຍການປະພຶດຢູ່ທະເລຕາເວັນອອກ (DOC) ແລະ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC), ໃນນັ້ນມີເລື່ອງຂໍຄຳເຫັນຊີ້ນຳຂອງບັນດາລັດຖະມົນຕີການຕ່າງປະເທດອາຊຽນ - ຈີນ ກ່ຽວກັບກອບ COC.

ຕອບກັບ

ຂ່າວ/ບົດ​ອື່ນ