ກອງປະຊຸມບໍ່ເປັນທາງການກອງປະຊຸມລັດຖະສະພາໜຸ່ມ AIPA

(VOVWORLD) -ກອງປະຊຸມແມ່ນບາດກ້າວສຳຄັນ, ສະແດງໃຫ້ເຫັນຄວາມເອົາໃຈໃສ່, ວິໄສທັດຂອງ AIPA, ຕີລາຄາສູງບົດບາດ, ທີ່ຕັ້ງຂອງບັນດາລັດຖະສະພາໜຸ່ມ

ກອງປະຊຸມບໍ່ເປັນທາງການກອງປະຊຸມລັດຖະສະພາໜຸ່ມ AIPA - ảnh 1 ທ່ານນາງ ຕ່ອງທິຟ໊ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ

(ພາບ: TTXVN)

ກອງປະຊຸມບໍ່ເປັນທາງການກ່ຽວກັບລັດຖະສະພາໜຸ່ມ AIPA ດຳເນີນໃນຕອນບ່າຍວັນທີ 08 ກັນຍາ, ໃນຂອບເຂດກອງປະຊຸມລັດຖະສະພາ AIPA 41. ກອງປະຊຸມແມ່ນບາດກ້າວສຳຄັນ, ສະແດງໃຫ້ເຫັນຄວາມເອົາໃຈໃສ່, ວິໄສທັດຂອງ AIPA, ຕີລາຄາສູງບົດບາດ, ທີ່ຕັ້ງຂອງບັນດາລັດຖະສະພາໜຸ່ມ, ພິເສດເມື່ອໄວໜຸ່ມກວມເອົາ 1/3 ຈຳນວນພົນລະເມືອງຢູ່ພາກພື້ນ. ຕີລາຄາກ່ຽວກັບບົດບາດຂອງບັນດາສະມາຊິກລັດຖະສະພາໜຸ່ມ, ທ່ານນາງ ຕ່ອງທິຟ໊ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ, ຢືນຢັນວ່າ.

          “ໂດຍຕາງໜ້າໄວໜຸ່ມເກືອບ 220 ລ້ານຄົນ, ເທົ່າກັບ 1/3 ຈຳນວນພົນລະເມືອງຂອງອາຊຽນ, ບັນດາສະມາຊິກລັດຖະສະພາໜຸ່ມແມ່ນບັນດາປັນຍາຊົນໜຸ່ມທີ່ມີຄວາມສຸດຈິດສຸດໃຈ, ສວມບົດບາດສຳຄັນໃນການສົ່ງເຈດຈຳນົງ, ແນວຄິດ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງໜຸ່ມ, ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງ AIPA ແລະ ບັນດາລັດຖະສະພາສະມາຊິກ. ເຂົາເຈົ້າແມ່ນປັດໃຈສຳຄັນເພື່ອເຊື່ອມຕໍ່ການເຂົ້າຮ່ວມຂອງໂລກ. ຂ້າພະເຈົ້າເຊື່ອໝັ້ນວ່າ, ດ້ວຍວິວັດທະນາການພັດທະນາໃໝ່, AIPA ຈະນັບມື້ນັບປ່ຽນແປງໃໝ່, ຕັ້ງໜ້າໜູນຊ່ວຍການສ້າງປະຊາຄົມອາຊຽນ, ໃນນັ້ນບົດບາດບາດຄວາມຮັບຜິດຊອບຂອງບັນດາລັດຖະສະພາໜຸ່ມ”.

          ສ່ວນຜູ້ຕາງໜ້າຄະນະຜູ້ແທນສະມາຊິກລັດຖະສະພາໜຸ່ມອິນໂດເນເຊຍ, ແບ່ງປັນວ່າ.

          “ບັນດາສະມາຊິກລັດຖະສະພາໜຸ່ມແມ່ນປັດໄຈສຳຄັນ, ຕ້ອງມີກົນໄກນະໂຍບາຍກ່ຽວກັບເລື່ອງເຂົາເຈົ້າເຂົ້າຮ່ວມການເຄື່ອນໄຫວຂອງລັດຖະສະພາໃຫ້ຫຼາຍກວ່າ. ຂ້າພະເຈົ້າສະເໜີສ້າງຕັ້ງກຸ່ມປະຕິບັດງານເພື່ອຜັນຂະຫຍາຍ, ສ້າງພື້ນຖານລວມໃຫ້ບັນດາສະມາຊິກລັດຖະສະພາໜຸ່ມ ຍ້ອນບົດບາດຂອງເຂົາເຈົ້າແມ່ນນັບມື້ນັບມີຄວາມສຳຄັນກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ