ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ຄັ້ງ​ທີ 10

(VOVWORLD) - ໂດຍປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດສອງປະເທດ ແລະ ຕາມຄຳເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ ພວມມີການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 21 – 23 ພະຈິກ.
ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ ຄັ້ງ​ທີ 10 - ảnh 1ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 10 (ພາບ: TTXVN)

ຕອນເຊົ້າວັນທີ 22 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 10 ຢູ່ ຮ່າໂນ້ຍ.

        ໃນກອງປະຊຸມປືກສາຫາລື, ລັດຖະມົນຕີສອງທ່ານໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ, ສຸມໃສ່ສຳຫຼວດກວດຄືນເນື້ອໃນການຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ເຫັນດີສືບຕໍ່ຮັກສາ ແລະ ຍູ້ແຮງບັນດາກົນໄກຮ່ວມມືປະຈຳໄລຍະລະຫວ່າງສອງກະຊວງໃນໄລຍະຈະມາເຖິງ. ສອງຝ່າຍແຈ້ງໃຫ້ກັນຊາບກ່ຽວກັບນະໂຍບາຍພົວພັນຕ່າງປະເທດຂອງແຕ່ລະປະເທດ, ພ້ອມທັງຢັ້ງຢືນຈະສືບຕໍ່ເປັນເຈົ້າການແບ່ງປັນຂໍ້ມູນ, ແລກປ່ຽນທັດສະນະ ແລະ ສົມທົບຫຼັກໝັ້ນໃນທຸກຊ່ອງທາງ ແລະ ທຸກຂັ້ນ, ປະກອບສ່ວນຍົກສູງບົດບາດທີ່ຕັ້ງບົນເວທີສາກົນຂອງແຕ່ລະປະເທດ. ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນໃນ ອາຊຽນ ແລະ ບັນດາກົນໄກຮ່ວມມືອະນຸກຳມະການແມ່ນ້ຳຂອງ; ສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບບັນດາບັນຫາຍຸດທະສາດຢູ່ພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຕີລາຄາສູງການກະກຽມໃຫ້ແກ່ປີປະທານ ອາຊຽນ 2024 ຢ່າງເປັນເຈົ້າການຂອງລາວ ແລະ ເນັ້ນໜັກວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືໜູນຊ່ວຍ ລາວ ປະຕິບັດໜ້າທີ່ສຳຄັນນີ້ຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ