ກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ຫວຽດນາມ - ຣູມານີ

(VOVWORLD) -  ວັນທີ 14 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໂຕແອັງຢຸງ ໄດ້ມີການປຶກສາຫາລືດ້ານການເມືອງກັບ ທ່ານນາງລັດຖະມົນຕີການຕ່າງປະເທດ ຣູມານີ Monica Gheorighita ກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາສາກົນ ເຊິ່ງສອງຝ່າຍຕ່າງມີຄວາມສົນໃຈ.
ກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ຫວຽດນາມ - ຣູມານີ - ảnh 1ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໂຕແອັງຢຸງ ແລະ  ທ່ານນາງລັດຖະມົນຕີການຕ່າງປະເທດ ຣູມານີ Monica Gheorighita (ພາບ: baoquocte.vn)

 ທ່ານຮອງລັດຖະມົນຕີ ໂຕແອັງຢຸງ ຢືນຢັນ: ຍາມໃດ ຫວຽດນາມ ກໍຖືເປັນສໍາຄັນການປັບປຸງ ແລະ ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ຣູມານີ; ຫວຽດນາມ ພ້ອມແລ້ວ ສວມບົດບາດເປັນຂົວຕໍ່ ເພີ່ມທະວີການຮ່ວມມືລະຫວ່າງ ຣູມານີ ແລະ ອີຢູ ກັບ ອາຊຽນ ໃນສະພາບການຫວຽດນາມ ຈະເປັນປະທານ ອາຊຽນ ໃນປີ 2020. ທ່ານນາງລັດຖະມົນຕີການຕ່າງປະເທດ ຣູມານີ Monica Gheorighita ຢືນຢັນ ລັດຖະບານ ຣູມານີ ຕີລາຄາສູງບັນດາຜົນງານ ແຫ່ງການພັດທະນາເສດຖະກິດ-ສັງຄົມ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ໃນຊຸມປີມໍ່ໆມານີ້ ພ້ອມທັງຖືເປັນສໍາຄັນການຊຸກຍູ້ຮ່ວມມືກັບຫວຽດນາມ ເປັນຕົ້ນໃນຂົງເຂດການຄ້າ, ການລົງທຶນ. ສອງຝ່າຍເຫັນດີ ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະລະຫວ່າງການນໍາຂັ້ນສູງສອງປະເທດເປັນປະຈໍາ, ສືບຕໍ່ຜັນຂະຫຍາຍປະສິດທິຜົນກົນໄກການປຶກສາຫາລືດ້ານການເມືອງຂັ້ນຫົວໜ້າກົມ, ລັດຖະມົນຕີລະຫວ່າງສອງກະຊວງການຕ່າງປະເທດ. ສອງຝ່າຍເຫັນດີ ເພີ່ມທະວີການຮ່ວມມືໃນຂົງເຂດກະສິກໍາ, ການສຶກສາ, ແຮງງານ. 

ຕອບກັບ

ຂ່າວ/ບົດ​ອື່ນ