ກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ຫວຽດນາມ - ສາທາລະນະລັດເຊັກໂກ

(VOVWORLD) - ສອງຝ່າຍໄດ້ຕີລາຄາການຮ່ວມມືດ້ານ ເສດຖະກິດ - ການຄ້າ, ການລົງທຶນ… ຍັງມີຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຫຼາຍຢ່າງ ສາມາດຂຸດຄົ້ນໄດ້.
ກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ຫວຽດນາມ - ສາທາລະນະລັດເຊັກໂກ - ảnh 1ກອງປະຊຸມປຶກສາຫາລື (ພາບ: TTXVN)

ກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ຫວຽດນາມ - ສາທາລະນະລັດເຊັກໂກ ຖືກດຳເນີນໃນວັນທີ 14 ມີນາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ Lukas Kaucky  ຮອງລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດເຊັກໂກ

ທີ່ກອງປະຊຸມ, ສອງຝ່າຍໄດ້ຕີລາຄາການຮ່ວມມືດ້ານເສດຖະກິດ - ການຄ້າ, ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ… ຍັງມີຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຫຼາຍຢ່າງ ສາມາດຂຸດຄົ້ນໄດ້. ດັ່ງນັ້ນ, ຄວມມີບັນດາມາດຕະການຊຸກຍູ້ ແລະ ສ້າງເງື່ອນໄຂທີ່ສະດວກໃຫ້ແກ່ວິສາຫະກິດຂອງສອງປະເທດເພື່ອເຊື່ອມຕໍ່, ຊອກຮູ້ຕະຫຼາດໃຫ້ຫຼາຍກ່ວາອີກ, ໂດຍສະເພາະແມ່ນໃນບັນດາຂົງເຂດກໍ່ສ້າງພື້ນຖານໂຄງລ່າງ, ກະສິກຳ, ການປຸງແຕ່ງອາຫານ, ພະລັງງານຜະລິດຄືນໃໝ່, ອຸດສາຫະກຳປ້ອງກັນຊາດ, ການໂຄສະນາການທ່ອງທ່ຽວ…. ສອງຝ່າຍໄດ້ເຫັນດີເປັນເອກະພາບກັນເພີ່ມທະວີການສົມທົບໃນບັນດາບັນຫາສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເນັ້ນໜັກເຖິງຄຳໝັ້ນສັນຍາກ່ຽວກັບສະໜັບສະໜູນການແກ້ໄຂບັນຫາທະເລຕາ ເວັນອອກໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ຮັບປະກັນຄວາມໝັ້ນຄົງ ແລະ ຄວາມປອດໄພຂອງການເດີນທະເລ ແລະ ການບິນຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ