ກອງ​ປະ​ຊຸມ​ປຶກ​ສາຫາ​ລື​​ດ້ານ​ການ​ເມືອງ ຫວຽດ​ນາມ - ສິງ​ກະ​ໂປ ຄັ້ງ​ທີ 16

(VOVWORLD) - ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆຂອງການນຳສອງປະເທດຢ່າງມີປະສິດທິຜົນ; ກະກຽມການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງໃຫ້ເປັນຢ່າງດີ, ໃນຕໍ່ໜ້າແມ່ນກົນໄກພົບປະປະຈຳປີ ລະຫວ່າງນາຍົກລັດຖະມົນຕີສອງປະເທດ; ເພີ່ມທະວີການຮ່ວມສຳພັນສອງພື້ນຖານເສດຖະກິດ, ນຳການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ. 
ກອງ​ປະ​ຊຸມ​ປຶກ​ສາຫາ​ລື​​ດ້ານ​ການ​ເມືອງ ຫວຽດ​ນາມ - ສິງ​ກະ​ໂປ ຄັ້ງ​ທີ 16 - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ແລະ ທ່ານຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ສິງກະໂປ, Albert Chua, ພ້ອມກັນເປັນປະທານກອງປະຊຸມປຶກສາຫາລືດ້ານການເມືອງ ຫວຽດນາມ - ສິງກະໂປ ຄັ້ງທີ 16 (ພາບ: dangcongsan.vn)

ວັນທີ 4 ກັນຍາ, ຢູ່ສຳນັກງານກະຊວງການຕ່າງປະເທດ ສິງກະໂປ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ໊ຮຸ່ງຫວຽດ ແລະ ທ່ານຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດ ສິງກະໂປ, Albert Chua, ພ້ອມກັນເປັນປະທານກອງປະຊຸມປຶກສາຫາລືດ້ານການເມືອງ ຫວຽດນາມ - ສິງກະໂປ ຄັ້ງທີ 16. ນະທີ່ນີ້, ສອງຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງສະບັບຕ່າງໆຂອງການນຳສອງປະເທດຢ່າງມີປະສິດທິຜົນ; ກະກຽມການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງໃຫ້ເປັນຢ່າງດີ, ໃນຕໍ່ໜ້າແມ່ນກົນໄກພົບປະປະຈຳປີ ລະຫວ່າງນາຍົກລັດຖະມົນຕີສອງປະເທດ; ເພີ່ມທະວີການຮ່ວມສຳພັນສອງພື້ນຖານເສດຖະກິດ, ນຳການຮ່ວມມືໃນບັນດາຂົງເຂດສຳຄັນອື່ນ, ເຊັ່ນ: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ… ໃຫ້ເຂົ້າສູ່ລວງເລິກ. ສອງຝ່າຍຢັ້ງຢືນວ່າ ຈະສົມທົບກັນຊຸກຍູ້ການຜັນຂະຫຍາຍການພົວພັນຄູ່ຮ່ວມມືເສດຖະກິດດີີຈີຕອນ - ເສດຖະກິດສີຂຽວ ແລະ ສັນຍາແມ່ ກ່ຽວກັບການເຊື່ອມຕໍ່ສອງພື້ນຖານເສດຖະກິດ ເພື່ອແນໃສ່ສ້າງບາດກ້າວບຸກທະລຸໃນບັນດາຂົງເຂດໃໝ່, ເຊັ່ນ: ເສດຖະກິດໝູນວຽນ, ການຫັນເປັນດີຈີຕອນ, ນະວັດຕະກຳ, ພະລັງງານສີຂຽວ, ການພັດທະນາແບບຍືນຍົງ.

        ສອງຝ່າຍຕັດສິນໃຈສ້າງທະເລຕາເວັນອອກໃຫ້ກາຍເປັນເຂດທະເລທີ່ມີສັນຕິພາບ, ການຮ່ວມມື ແລະ ພັດທະນາ; ພ້ອມກັບບັນດາປະເທດ ອາຊຽນ ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ ແລະ ຄົບຖ້ວນ; ສູ້ຊົນບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

ຕອບກັບ

ຂ່າວ/ບົດ​ອື່ນ