ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ລາ​ແອັນ

(VOVWORLD) -ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການດ້ານການເມືອງ, ເສດຖະກິດ,ສັງຄົມ ຂອງແຕ່ລະປະເທດ, ຕີລາຄາສູງບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະລາແອັນ ໃນໄລຍະຜ່ານມາ.
ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ລາ​ແອັນ - ảnh 1ກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ອິດສະລາແອັນ (ພາບ: TTXVN)

ໂດຍປະຕິບັດດ້ານຂໍ້ຕົກລົງລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ອິດສະລາແອັນ, ວັນທີ 26 ພຶດສະພາ, ທ່ານ ໂດຮຸ່ງວຽດຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດ Alon Bar ຫົວໜ້າກົມກະຊວງການຕ່າງປະເທດ ອິດສະລາແອັນ ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 4 ລະຫວ່າງກະຊວງການຕ່າງປະເທດສອງປະເທດ ຕາມຮູບແບບທາງໄກ.

        ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການດ້ານການເມືອງ, ເສດຖະກິດ,ສັງຄົມ ຂອງແຕ່ລະປະເທດ, ຕີລາຄາສູງບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະລາແອັນ ໃນໄລຍະຜ່ານມາ, ພິເສດແມ່ນໃນຂົງເຂດການເມືອງ - ການຕ່າງປະເທດ, ເສດຖະກິດ, ວິທະຍາສາດ - ເຕັກໂນໂລຢີ, Startup ປະດິດຄິດສ້າງ…

        ໃນສະພາບການທີ່ຫວຽດນາມ ແລະ ອິດສະລາແອັນ ກະກຽມມຸ່ງໄປເຖິງການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1993 - 2023), ສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍມາດຕະການລະອຽດເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີການເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ ແລະ ພົບປະການນຳຂັ້ນສູງ, ຜູ້ຕາງໜ້າບັນດາກະຊວງ/ຂະແໜງການ ແລະ ທ້ອງຖິ່ນສອງປະເທດແບບທາງໄກ, ຊຸກຍູ້ການເຈລະຈາບັນດາສັນຍາຮ່ວມມືສຳຄັນ, ເພີ່ມທະວີການໜູນຊ່ວຍຂອງອິດສະລາແອັນຕໍ່ບັນດາວິສາຫະກິດ, ໂຄງການ Startup ປະດິດຄິດສ້າງຂອງ ຫວຽດນາມ…

        ໃນໂອກາດນີ້, ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເລິກເຊິ່ງກວ້າງຂວາງ

ຕອບກັບ

ຂ່າວ/ບົດ​ອື່ນ