ກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີ ຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ມຽນມາ ຄັ້ງທີ 8

(VOVWORLD) - ໂດຍປະຕິບັດຕາມຂໍ້ຕົກລົງລະຫວ່າງກະຊວງການຕ່່າງປະເທດສອງປະເທດຫວຽດນາມ  ແລະ ມຽນມາ, ກອງປະຊຸມປຶກສາຫາລືການເມືອງປະຈໍາປີຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດຄັ້ງທີ 8 ລະຫວ່າງສອງປະເທດ ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ໃນວັນທີ 14 ພະຈິກ ດ້ວຍການເປັນປະທານຮ່ວມຂອງທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນມິງຫວູ ແລະ ທ່ານ Soe Han ເລຂາຜູ້ປະຈໍາການກະຊວງການຕ່າງປະເທດ ມຽນມາ.

        ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່່າງ ຫວຽດນາມ ແລະ ມຽນມາ, ພິເສດແມ່ນເລື່ອງຫັນບັນດາຂໍ້ຕົກລົງຂັ້ນສູງ ແລະ ເອກະສານສະບັບຕ່າງໆທີ່ໄດ້ລົງນາມໃນໄລຍະຜ່ານມາເປັນການກະທໍາຢ່າງລະອຽດ, ໂດຍໄດ້ຕີລາຄາວ່າ ການຮ່ວມມືລະຫວ່າງສອງປະເທດພວມພັດທະນາຢ່າງດີງາມໃນບັນດາຂົງເຂດ, ໂດຍສະເພາະແມ່ນກ່ຽວກັບການດ້ານຄ້າ ແລະ ການລົງທຶນ. ວົງເງິນການຄ້າໄດ້ເພີ່ມຂຶ້ນ 5, 5 ເທົ່າ, ຈາກ 152 ລ້ານ USD ໃນປີ 2010 ຂຶ້ນເກືອບ 860 ລ້ານ USD ໃນປີ 2018, ມຸ່ງໄປເຖິງເປົ້າໝາຍໃຫ້ບັນລຸ 1 ຕື້ USD ໃນປີ 2020. ປັດຈຸບັນ, ຫວຽດນາມ ແມ່ນນັກລົງທຶນຢືນອັນດັບທີ 7 ຂອງ ມຽນມາ.

ກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີ ຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ມຽນມາ ຄັ້ງທີ 8 - ảnh 1 ກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີ ຂັ້ນຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ - ມຽນມາ ຄັ້ງທີ 8 

        ທ່ານ Soe Han ເລຂາຜູ້ປະຈໍາການກະຊວງການຕ່າງປະເທດ ມຽນມາ ໃຫ້ຂໍ້ສັງເກດວ່າ ສະພາບໃນພາກພື້ນ ແລະ ສາກົນພວມມີການຜັນແປຢ່າງສັບສົນ, ຍາກທີ່ຄາດຄະເນລ່ວງໜ້າໄດ້, ບັນດາປະເທດໃຫຍ່ນັບມື້ນັບເພີ່ມທະວີການແກ້ງແຍ້ງ, ສ້າງອິດທິພົນຢູ່ ອາຊີ - ປາຊີຟິກ. ອາຊຽນ ຄວນເພີ່ມທະວີຄວາມສາມັກຄີ, ຍູ້ແຮງການປະຕິບັດສ້າງປະຊາຄົມອາຊຽນໃຫ້ສໍາເລັດ, ຢັ້ງຢືນທີ່ຕັ້ງບົດບາດເປັນໃຈກາງໃນໂຄງສ້າງຂອງພາກພື້ນ.

        ນອກຈາກນັ້ນ, ທ່ານ Soe Han ກໍໄດ້ເຂົ້າຢ້ຽມຂໍ່ານັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ. ນະທີນີ້, ທ່ານ Soe Han ຢັ້ງຢືນວ່າ ມຽນມາຈະຕັ້ງໜ້າສະໜັບສະໜູນຫວຽດນາມ ປະຕິບັດສໍາເລັດບົດບາດເປັນປະທານ ອາຊຽນ ປີ 2020 ແລະ ເປັນກໍາມະການບໍ່ປະຈໍາສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021; ສົມທົບກັບຫວຽດນາມຢ່າງແໜ້ນແຟ້ນໃນບັນຫາການຮັກສາຄວາມໝັ້ນຄົງຂອງພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ, ການນໍາໃຊ້ ແລະ ຄຸ້ມຄອງແຫລ່ງຊັບພະຍາກອນນໍ້າ ແມ່ນໍ້າຂອງ. 

ຕອບກັບ

ຂ່າວ/ບົດ​ອື່ນ