ກອງປະຊຸມປຶກສາຫາລືດ້ານຄວາມໝັ້ນຄົງກ່ຽວກັບຢູແກຼນ: ບໍ່ມີຂໍ້ລິເລີ່ມສັນຕິພາບໃດໆໄດ້ຮັບຮອງເອົາ

(VOVWORLD) - ຈະດຳເນີນການປຶກສາຫາລືກັບບັນດາປະເທດຄູ່ຮ່ວມມືໃນກຸ່ມ BRICS (ເຊິ່ງລວມມີ: ບຣາຊິນ, ລັດເຊຍ, ອິນໂດເນເຊຍ, ຈີນ ແລະ ອາບຟຣີກາ ໃຕ້) ກ່ຽວກັບການຜັນແປ ແລະ ໝາກຜົນຂອງກອງປະຊຸມ.
ກອງປະຊຸມປຶກສາຫາລືດ້ານຄວາມໝັ້ນຄົງກ່ຽວກັບຢູແກຼນ: ບໍ່ມີຂໍ້ລິເລີ່ມສັນຕິພາບໃດໆໄດ້ຮັບຮອງເອົາ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ:Reuters)

ພາຍຫຼັງການເຮັດວຽກເປັນເວລາເກືອບ 2 ວັນ, ຕອນຄ່ຳວັນທີ 6 ສິງຫາ, ກອງປະຊຸມປຶກສາຫາລືດ້ານຄວາມໝັ້ນຄົງສາກົນກ່ຽວກັບສັນຕິພາບໃຫ້ແກ່ ຢູແກຼນ ໄດ້ສິ້ນສຸດລົງ ຢູ່ນະຄອນ Jeddah ຂອງປະເທດ ອາຣັບບິ ຊາອຸດິ, ເຊິ່ງບໍ່ມີຂໍ້ລິເລີ່ມລະອຽດໃດໆ.

ນີ້ແມ່ນໝາກຜົນຈາກນັກສັງເກດການຫຼາຍທ່ານທີ່ໄດ້ຄາດຄະເນກ່ອນໜ້ານັ້ນ, ໂດຍອີງໃສ່ພາກສ່ວນເຂົ້າຮ່ວມ ກໍ່ຄືຄວາມຄາດຫວັງຂອງປະເທດເຈົ້າພາຍຈັດກອງປະຊຸມ. ກອງປະຊຸມມີການເຂົ້າຮ່ວມຂອງ 40 ປະເທດ, ໃນນັ້ນມີບັນດາປະເທດມະຫາອຳນາດຄື: ອາເມລິກາ, ຈີນ… ແຕ່ບໍ່ມີຜູ້ຕາງໜ້າຂອງລັດເຊຍ ເຂົ້າຮ່ວມ.

ປະຕິກິລິຍາຫຼ້າສຸດຕໍ່ເຫດການດັ່ງກ່າວ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ: ຈະດຳເນີນການປຶກສາຫາລືກັບບັນດາປະເທດຄູ່ຮ່ວມມືໃນກຸ່ມ BRICS (ເຊິ່ງລວມມີ: ບຣາຊິນ, ລັດເຊຍ, ອິນໂດເນເຊຍ, ຈີນ ແລະ ອາບຟຣີກາ ໃຕ້) ກ່ຽວກັບການຜັນແປ ແລະ ໝາກຜົນຂອງກອງປະຊຸມ. ລັດເຊຍ ໄດ້ຢັ້ງຢືນຄືນໃໝ່ທັດສະນະ ຊົມເຊີຍທຸກໆຄວາມມານະພະຍາຍາມສາກົນ ເພື່ອແນໃສ່ຊຸກຍູ້ການໂອ້ລົມສົນທະນາດ້ານການເມືອງ ແລະ ການທູດ ເພື່ອແນໃສ່ການປະທະກັນລະຫວ່າງລັດເຊຍ - ຢູແກຼນ. ໃນຂະນະນັ້ນ, ອຳນາດການປົກຄອງ ຢູແກຼນ ໃຫ້ຮູ້ວ່າ  ແຜນການສັນຕິພາບລວມມີ 10 ຂໍ້ເຊິ່ງປະເທດນີ້ນຳມາສູ່ກອງປະຊຸມ ໄດ້ຮັບການສະໜັບສະໜູນຢ່າງແຮງຈາກບັນດາປະເທດເຂົ້າຮ່ວມ. ສ່ວນ ອາເມລິກາ ໄດ້ອອກແຈ້ງການຊົມເຊີຍເລື່ອງຈັດຕັ້ງກອງປະຊຸມ, ຕີລາຄາການຜັນແປຢູ່ໃນເຫດການແມ່ນຕັ້ງໜ້າ ແລະ ມີລັກສະນະສ້າງສັນ.

ຕອບກັບ

ຂ່າວ/ບົດ​ອື່ນ