ກອງປະຊຸມປຶກສາຫາລືວິທະຍາສາດ “ ສື່ມວນຊົນ ກ່ຽວກັບຫົວເລື່ອງການສົງຄາມ:ທິດສະດີ ແລະ ພຶດຕິກຳຕົວຈິງ”

ກອງປະຊຸມປຶກສາຫາລືວິທະຍາສາດ “ ສື່ມວນຊົນ ກ່ຽວກັບຫົວເລື່ອງການສົງຄາມ:ທິດສະດີ ແລະ ພຶດຕິກຳຕົວຈິງ” - ảnh 1
ກອງປະຊຸມປຶກສາຫາລືວິທະຍາສາດ “ ສື່ມວນຊົນກ່ຽວກັບຫົວເລື່ອງ
ການສົງຄາມ:ທິດສະດີ ແລະ ພຶດຕິກຳຕົວຈິງ”
(ພາບ: anninhthudo.vn)


(vovworld) –  ຕອນ​ເຊົ້າ ວັນ​ທີ 24/4, ຢູ່ ຮ່າ​ໂນ້ຍ, ສະມາຄົມ​​ນັກ​ຂ່າວ​ຫວຽດນາມ​ສົມທົບ​ກັບ​ສະ​ຖາ​ບັນ​ສື່​ມວນ​ຊົນ​ໂຄສະນາ ຈັດ​ຕັ້ງ​ກອງ​ປະຊຸມ​ປຶ​ກສາ​ຫາລື​ວິທະຍາສາດ “ສື່​ມວນ​ຊົນ​ກ່ຽວ​ກັບ​ຫົວ​ເລື່ອງ​ສົງຄາມ:ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ”. ບັນດາ​ຜູ້​ແທນ​ຢືນຢັນ : ​ໃນ​ສົງຄາມ, ບັນດາ​ ຂ່າວສົດໆ​ຮ້ອນໆ​ກ່ຽວ​ກັບ​ການ​ສູ້​ຮົບ​ເຊິ່ງບັນດາ​ນັກ​ຂ່າວ​ປະຕິບັດມີ​ບົດບາດ​ສຳຄັນ​ທີ່​ສຸດ​ໃນ​ການກຳນົດ​ທິດຊ່ວຍ​ໃຫ້​ມວນ​ຊົນ​ເຂົ້າ​ໃຈຖືກຕ້ອງ​ກ່ຽວ​ກັບ​ທາດ​ແທ້​ຂອງ​ການ​ຕໍ່ສູ້​ນັ້ນ. ບັນດາ​ນັກ​ຂ່າວ​ສະໜາມຮົບ​ ແມ່ນ​ບັນດາ​ນັກຮົບ​ປະຈັນບານ ​ໄດ້​ສ່ອງ​ແສງ​ເຖິງ​ບັນດາ​ການ​ຜັນ​​ແປ​ຂອງ​ການ​ຕໍ່ສູ້​ຢ່າງ​ທັນ​ການ, ຈົດ​ກ່າຍ​ຄືນ​ບັນດາ​ຮູບ​ພາບ​ທີ່​ມີ​ຊີວິດ​ຊີວາ ​ແລະ ​ສ່ອງ​ແສງການ​ຕໍ່ສູ້​ທີ່​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ຫວຽດນາມ​ໂດຍ​ສັງ​ເຂ​ບ. ກອງ​ປະຊຸມ​ປຶກສາ​ຫາລື​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ຂ່າວ​ສະໜາມຮົບ​ໄດ້​ຫວນ​ຄືນ​ອານຸສອນ​ໃນ​ເມື່ອ​ກ່ອນ, ​ແບ່ງປັນ​ບົດຮຽນ​ການ​ປະຕິບັດ​ໜ້າ​ທີ່​ໃນ​ຊຸມ​ເດືອນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ຄວາມທຸກ​ຍາກ​ລຳບາກ​ຂອງ​ການ​ຕໍ່ສູ້.

        ທີ່​ກອງ​ປະຊຸມ, ບັນດາ​ນັກ​ຂ່າວ​ກໍ່​ໄດ້​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການຈັດ​ຕັ້ງ​ອົງການ​ສື່​ມວນ​ຊົນ ​ແລະ ​ຂຽນ​ຂ່າວ​ໃນ​ປາງ​ສົງຄາມ; ຈັນ​ຍາ​ບັນ​ຂອງ​ນັກ​ຂ່າວ​ທີ່​ສ່ອງ​ແສງ​ເຖິງ​ຫົວ​ເລື່ອງ​ສົງຄາມ.

ຂ່າວ/ບົດ​ອື່ນ