ກອງປະຊຸມປຶກສາຫາລືຮ່ວມອາຊຽນ(JCM)

(VOVWORLD) -ໃນວັນທີ 7-8 ມີນາ ຢູ່ ສິງກະໂປ ໄດ້ດຳເນີນກອງປະຊຸມປຶກສາຫາລືຮ່ວມ ອາຊຽນ (JCM) ເພື່ອແນໃສ່ກວດກາຄືນບັນດາໂຄງການເຄື່ອນໄຫວ, ໂຄງການດຳເນີນງານ ແລລະ ບັນຊີລາຍຊື່ບັນດາເອກະສານຂອງກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 32 ແຕ່ວັນທີ 25-28 ເມສາ ຢູ່ ສິງກະໂປ.
ກອງປະຊຸມປຶກສາຫາລືຮ່ວມອາຊຽນ(JCM) - ảnh 1 ທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ

ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນກວັກຢູງ ຮອງລັດຖະມົນຕີການຕ່າງປະເທດ, ຫົວຫນ້າ SOM ອາຊຽນ ຫວຽດນາມ ນຳຫນ້າ. ດ້ວຍຫົວຂໍ້ມຸ່ງໄປເຖິງ ນັ້ນແມ່ນ“ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ປະດິດຄິດສ້າງ”, ການນຳບັນດາປະເທດ ອາຊຽນ ສຳຫລວດກວດຄືນ ວິວັດການສ້າງປະຊາຄົມ ອາຊຽນ ແລະ ວາງອອກບັນດາມາດຕະການເພີ່ມເຕີມໃຫ້ວິວັດການນີ້.

ບັນດາປະເທດກໍ່ໃຫ້ຄຳເຫັນກ່ຽວກັບເນື້ອໃນບັນດາເອກະສານຂອງກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 32.

ວັນທີ 7 ມີນາ ໄດ້ດຳເນີນກອງປະຊຸມເຈົ້າຫນ້າທີ່ອາວຸໂສ ອາຊຽນ (ASEAN SOM), ແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນ. ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ບັນດາປະເທດເຫັນດີຄວນຮັກສາບັນດາຫລັກການຂອງ ອາຊຽນ, ຍູ້ແຮງການປຶກສາຫາລືກັບບັນດາຄູ່ຮ່ວມມື, ເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງບັນດາປະເທດໃນພາກພື້ນ.

ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວັກຢູງ ໄດ້ ຢ້ຳຄືນຄຳໝັ້ນສັນຍາຂອງຫວຽດນາມ, ມີຄວາມເປັນເຈົ້າການ, ຕັ້ງຫນ້າ ແລະ ເຂົ້າຮ່ວມການສ້າງປະຊາຄົມ ອາຊຽນ ຢ່າງມີຄວາມຮັບຜິດຊອບ. ຫວຽດນາມຊົມເຊີຍບົດບາດເປັນປະທານ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ