ກອງປະຊຸມປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ12ຂອງພັກຢູ່ລາວ

ກອງປະຊຸມປະກອບຄຳເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ12ຂອງພັກຢູ່ລາວ - ảnh 1
(ກອງປະຊຸມປະກອບຄຳເຫັນໃສ່ຮ່າງເອກະ
ສານກອງປະຊຸມໃຫຍ່ຄັ້ງທີ12ຂອງພັກຢູ່ລາວ)

(vovworld) – ວັນ​ທີ 14/10 ສະຖານທູດ ຫວຽດນາມ ປະຈຳ​ນະຄອນຫລວງ ວຽງ​ຈັນ ປະ​ເທດ ລາວ, ຈັດ​ຕັ້ງ​ກອງ​ປະຊຸມ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ພວມ​ດຳລົງ​ຊີວິດ​ຢູ່​ນະຄອນຫລວງ ວຽງ​ຈັນ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຢູ່ ລາວ, ພະນັກງານ, ພາລະ​ກອນ​ສະຖານທູດ ຫວຽດນາມ. ທ່ານ ຮ່ວາງ​ຊວນ​ຫາຍ ອັກຄະ​ລັດຖະທູດ ສະຖານທູດ ຫວຽດນາມ ປະຈຳ ລາວ ​ໃຫ້​ຮູ້​ວ່າ: ​ໂດຍ​ຜ່ານ​ກອງ​ປະຊຸມ​ຄັ້ງ​ນີ້ ​ໃຫ້​ເຫັນ​ວ່າ ພໍ່​ແມ່​ພີ​່ນ້ອງຊາວ ຫວຽດນາມ ​ເບີດ​ບານ​ມວນ​ຊື່ນ ​ແລະ ​ເຊື່ອ​ໝັ້ນຕໍ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ຈະ​ເລືອກ​ຕັ້ງ​ຄະນະ​ນຳ​ໃໝ່ມີ​ຄວາມ​ເກັ່ງ​ກ້າ​ສາມາດ ​ແລະ ຄຸນສົມບັດ​ເພື່ອ​ນຳພາ​ປະ​ເທດ​ຊາດ​ພັດທະນາ. ຊາວ​ ຫວຽນ​ດາມ ​ອາ​ໄສ​ຢູ່​ຕ່າງປະ​ເທດປາດ​ຖະໜາ​ຢາກ​ໃຫ້ ພັກ ​ແລະ ລັດ ຍູ້​ແຮງການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ສືບ​ຕໍ່​ສ້າງນະ​ໂຍບາຍອຳນວຍ​ຄວາມ​ສະດວກ​ໃຫ້​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ປະກອບ​ສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ.

       

ຂ່າວ/ບົດ​ອື່ນ