ກອງປະຊຸມປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ຄັ້ງທີ8ແນວໂຮມປະເທດຊາດຫວຽດນາມ

ກອງປະຊຸມປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ຄັ້ງທີ8ແນວໂຮມປະເທດຊາດຫວຽດນາມ - ảnh 1
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຄັ້ງ​ທີ 7
ພາບ: mattran.org.vn


(vovworld)- ຕອນ​ເຊົ້າ​ວັນ​ທີ 4/8, ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊ​ຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຄັ້ງ​ທີ 8. ທ່ານ  ​ເຈີ​ນ​ເຫົ້າ, ອະດີດ​ບັນນາທິການ​ໃຫຍ່ ວາລະ​ສານ​ແນວ​ໂຮມ​, ສັງກັດ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຖື​ວ່າ:​ ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້ ຕ້ອງ​ແມ່ນ​ກອງ​ປະຊຸມ​​ເຊີດ​ຊູ​ຄັນທຸງ​ແຫ່ງ​ມະຫາ​ສາມັກຄີ​ຊົນ​ຊາດ.

        “ຂ້າພະ​ເຈົ້າ​ສະ​ເຫ​ນີ ຄວນ​ປະກາດ​ໂຄງການ​ມະຫາ​ສາມັກຄີ​ຊົນ​ຊາດ ​ເພື່ອ​ປະ​ເທດ​ຊາດ​ຫວຽດນາມ ສັນຕິ​ພາບ ປະຊາທິປະ​ໄຕ ​ແລະ ຮັ່ງມີ​ເຂັ້ມ​ແຂງ. ນີ້​ແມ່ນ​ຄຳ​ຮຽກຮ້ອງ ຊື່​ງຂ້າພະ​​ເຈົ້າ​ຄິດ​ວ່າ ປະຊາຊົນ​ຫວຽດນາມ ກວ່າ 90 ລ້າ​ນຄົນ​ປາດ​ຖະຫນາ, ມູ່ງ​ໄປ​ສູ່​ກອງ​ປະຊຸມ​ໃຫຍ່​ເພື່ອ​ຮັບ​ຟັງສຽງ​ເວົ້າ, ຮັບ​ຟັງ​ຄຳ​ຮຽກຮ້ອງ​ຂອງ​ກອງ​ປະຊຸມ​​ໃຫຍ່. ຂ້າພະ​ເຈົ້າ​ຖື​ວ່າ ​ໃນ​ຈຸດ​ເວລາ​ນີ້ ຕ້ອງການ​ມີ​ຖະ​ແຫລ​ງການ​ກ່ຽວ​ກັບ​ມະຫາ​ສາມັກຄີ​ຊົນ​ຊາດ​ໃນ​ສະພາບ​ການ​ໃຫມ່.”

ຂ່າວ/ບົດ​ອື່ນ