ກອງປະຊຸມປະຈຳການລັດຖະບານກ່ຽວກັບການແກ້ໄຂຂໍ້ຕິດຂັດ,ຄວາມຫຍຸ້ງຍາກໃຫ້ຂະແໜງນ້ຳຕານ

(VOVWORLD) -ລັດຖະບານຕັດສິນໃຈ, ມີມາດຕະການແກ້ໄຂ, ສະໜັບສະໜູນຂະແໜງນ້ຳຕານສ້າງໂຄງປະກອບ, ຈັດຕັ້ງການຜະລິດຄືນໃໝ່

ກອງປະຊຸມປະຈຳການລັດຖະບານກ່ຽວກັບການແກ້ໄຂຂໍ້ຕິດຂັດ,ຄວາມຫຍຸ້ງຍາກໃຫ້ຂະແໜງນ້ຳຕານ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

(ພາບ: TTXVN)

 ຕອນເຊົ້າວັນທີ 18 ກຸມພາ, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ກອງປະຊຸມປະຈຳການລັດຖະບານກ່ຽວກັບການແກ້ໄຂຂໍ້ຕິດຂັດ, ຄວາມຫຍຸ້ງຍາກໃຫ້ຂະແໜງນ້ຳຕານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢືນຢັນວ່າ: ລັດຖະບານຕັດສິນໃຈ, ມີມາດຕະການແກ້ໄຂ, ສະໜັບສະໜູນຂະແໜງນ້ຳຕານສ້າງໂຄງປະກອບ, ຈັດຕັ້ງການຜະລິດຄືນໃໝ່, ແຕ່ລັດຈະບໍ່ເກື້ອກູນໃຫ້ຂະແໜງນ້ຳຕານ ຫາກຮຽກຮ້ອງໃຫ້ຂະແໜງນ້ຳຕານຕ້ອງແກ່ງແຍ້ງຢ່າງໂປ່ງໄສໃນສະພາບເຊື່ອມໂຍງເຂົ້າກັບສາກົນ. ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ຫວຽດນາມ ໄດ້ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ສະນັ້ນ ບັນຫາທີ່ໄດ້ວາງອອກນັ້ນແມ່ນເຫັນແຈ້ງບັນດາສິ່ງທ້າທາຍດັ່ງກ່າວເພື່ອໃຫ້ການຜະລິດຕ້ອງຕິດພັນກັບຕະຫຼາດ. ທ່ານນາຍົກລັດຖະມົນຕີເຫັນດີກັບຂໍ້ສະເໜີຂອງສະຫະສະມາຄົມນ້ຳຕານຫວຽດນາມ ກ່ຽວກັບເລື່ອງມອບໃຫ້ບັນດາອົງການທີ່ມີໜ້າທີ່ຈົ່ງມີບັນດາມາດຕະການປ້ອງກັນດ້ານການຄ້າຖືກຕ້ອງກັບກົດໝາຍສາກົນ, ຕ້ານການຂາຍບູບລະຄາສຳລັບນ້ຳຕານເປັນນ້ຳ ແລະ ບາງຜະລິດຕະພັນອື່ນໆ…

ຕອບກັບ

ຂ່າວ/ບົດ​ອື່ນ