ກອງປະຊຸມປະຈຳການລັດຖະບານປືກສາຫາລືກ່ຽວກັບວຽກງານຂອງອະນຸກຳມະການເສດຖະກິດ,ສັງຄົມ

(VOVWORLD) -ຕອນເຊົ້າວັນທີ 18 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວໜ້າອະນຸກຳມະການເສດຖະກິດ - ສັງຄົມ ກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ໄດ້ເປັນປະທານກອງປະຊຸມຜູ້ປະຈຳການລັດຖະບານເພື່ອປຶກສາຫາລືວຽກງານຂອງອະນຸກຳມະການ.

ກອງປະຊຸມປະຈຳການລັດຖະບານປືກສາຫາລືກ່ຽວກັບວຽກງານຂອງອະນຸກຳມະການເສດຖະກິດ,ສັງຄົມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ໄດ້ເປັນປະທານກອງປະຊຸມປະຈຳການລັດຖະບານ

ເພື່ອປຶກສາຫາລືວຽກງານຂອງອະນຸກຳມະການ

(ພາບ: VGP)

ໜ້າທີ່ຂອງອະນຸກຳມະການເສດຖະກິດ - ສັງຄົມ ແມ່ນສ້າງເອກະສານ 2 ສະບັບຄື: ຍຸດທະສາດພັດທະນາເສດຖະກິດ - ສັງຄົມ ໄລຍະ 10 ປີ 2021 – 2030 ແລະ ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025 ເພື່ອຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ 13ຂອງ ພັກກອມມູນິດຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເອົາໃຈໃສ່ເປັນພິເສດກ່ຽວກັບວິທີສ້າງເນື້ອໃນເພື່ອໃຫ້ບັນດາຍຸດທະສາດ ແລະ ແຜນການພັດທະນາເສດຖະກິດ, ສັງຄົມໃຫ້ມີຄຸນນະພາບດີທີ່ສຸດ, ທັງມີລັກສະນະທິດສະດີ, ທັງຕິດແທດກັບພຶດຕິກຳຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຜ່ານນັ້ນເພື່ອຊ່ວຍໃຫ້ປະເທດພັດທະນາຢ່າງເຂັ້ມແຂງກວ່າ. ທ່ານນາຍົກລັດຖະມົນຕີກໍ່ເນັ້ນໜັກວ່າ ຄວນຄົ້ນຄວ້າຢ່າງລະອຽດ, ສະເໜີບັນຫາຍຸດທະສາດເສດຖະກິດ, ສັງຄົມ, ສິ່ງແວດລ້ອມ, ຄວາມໝັ້ນຄົງ, ການຕ່າງປະເທດ, ໂດຍສະເພາະແມ່ນໃນສະພາບການສາກົນມີການຜັນແປຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ