ກອງປະຊຸມປະຈຳປີ APMEN ກ່ຽວກັບພະຍາດໄຂ້ຍຸງ

ກອງປະຊຸມປະຈຳປີ APMEN ກ່ຽວກັບພະຍາດໄຂ້ຍຸງ - ảnh 1
ພາບປະກອບ

(vovworld) - ກອງ​ປະຊຸມ​ປະຈຳ​ປີ​ເຄືອ​ຂ່າຍ​ລົບ​ລ້າ​ງພະຍາດ​ໄຂ້ຍຸງ ອາຊີ - ​ປາ​ຊີ​ຟິກ ຄັ້ງ​ທີ 5 (ຫຼື APMEN – 5) ຫາ​ກໍ່​ຈັດ​ຂຶ້ນ​ຢູ່ Jimbaran, ປະ​ເທດ ອິນ​​ໂດ​ເນ​ເຊຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງໜ້າ 14 ປະ​ເທດ​ສະມາຊິກ ​ແລະ ນັກ​ຄຸ້ມ​ຄອງ, ຊ່ຽວຊານ​ດ້ານສາທາລະນະ​ສຸກ ຫຼາຍ​ຄົນ ທີ່​ມາ​ຈາກ​ບັນດາ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ກອງ​ປະຊຸມ​ໄດ້​ພິຈາລະ​ນາ​ບັນດາ​ໝາກຜົນ​ທີ່ບັນລຸ​ໄດ້​ຈາກ​ກອງ​ປະຊຸມ​ຄັ້ງ​ກ່ອນ, ​ແລກປ່ຽນ, ​ແບ່ງປັນ​, ບົດຮຽນ ​ແລະ ຊອກ​ຫາ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ຍົກ​ສູງ​ປະສິດທິ​ຜົນ​ບັນດາ​ໂຄງການ​ຕ້ານ​ພະຍາກ​ໄຂ້​ຍຸງ​ໃນ​ພາກ​ພື້ນ. ກອງ​ປະຊຸມ​ໄດ້​ເປັນ​ເອກະ​ພາບ​ໂດຍ​ຖື​ວ່າ: ພາກ​ພື້ນ ອາຊີ - ​ປາຊີ​ຟິກ ບັນລຸ​ໄດ້​ຄວາມ​ກ້າວໜ້າ​ຫຼາຍ​ຢ່າງ​ໃນ​ບັ້ນ​ຮົບ​ຕ້ານ​ຄືນ​ພະຍາດ​ໄຂ້ຍຸງ. ຕາມ “ບົດ​ລາຍ​ງານ​ກ່ຽວ​ກັບ​ພະຍາດ​ໄຂ້ຍຸງ​ໂລກ​ປີ 2011” ຂອງ​ອົງການ​ສາທາລະນະ​ສຸກ​​ໂລກ (ຫຼື WHO), ​ໃນ​ໄລຍະ 2000 – 2010, ບັນດາ​ກໍລະນີ​ຕິດພະຍາດ​ໄຂ້ຍຸງ ຢູ່ 14 ປະ​ເທດ ສະມາຊິກ APMEN ຫຼຸດ​ລົງ 64%, ຈາກເກືອ​ບ 1,3 ລ້ານ​ກໍລະນີ​ໃນ​ປີ 2000 ​ໄດ້​ຫຼຸດລົງ​ເຫຼືອ​ພຽງ​ກ່ວາ 455.000 ກໍລະນີ​ໃນ​ປີ 2010. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, APMEN – 5 ກ່າວ​ເຕືອນ​ວ່າ​ຍັງມີ​ຫຼາຍ​ກໍລະນີກິນ​ຢາ​ບໍ່​ໄດ້​ຮັບ​ຜົນຢູ່​ບັນດາ​ປະ​ເທດ ອາ​ຊີ - ປາຊີ​ຟິກ. ສະພາບ​ການ​ດັ່ງກ່າວ​ມີ​ຄວາມ​ສາມາດ​ແຜ່​ລາມອອກ, ດັ່ງ​ນັ້ນ​ພະຍາດ​ໄຂ້ຍຸງ ຍັງ​ແມ່ນ​ໄພ​ນາບ​ຂູ່​ພໍ​ສົມຄວນ​ທີ່​ມີ​ຕໍ່ການ​ພັດທະນາ ​ແລະ​ ການ​ເຕີບ​ໂຕ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​.

ຂ່າວ/ບົດ​ອື່ນ