ກອງປະຊຸມປະຈຳປີຄັ້ງທີ 48 ເວທີປາໄສເສດຖະກິດໂລກ (WEF)

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມປະຈຳປີຄັ້ງທີ 48 ເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ປະເທດ ສະວິດ, 
ກອງປະຊຸມປະຈຳປີຄັ້ງທີ 48 ເວທີປາໄສເສດຖະກິດໂລກ (WEF) - ảnh 1 ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: THX/TTXVN)

ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ສົ່ງສານທີ່ວ່າ “ລັດທິປົກປ້ອງບໍ່ແມ່ນຄຳຕອບ” ໃຫ້ບັນດາບັນຫາຂອງໂລກ. ໃນບົດກ່າວປາໄສກ່ອນທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ມາເຖິງ Davos ເປັນເວລາ 1 ວັນ, ທ່ານນາງ Merkel ໄດ້ຊີ້ແຈ້ງບັນດານະໂຍບາຍປິດປະຕູ ຫຼື ການຢູ່ໂດດດ່ຽວ ຈະບໍ່ນຳມາເຊິ່ງອະນາຄົດອັນດີງາມກ່ວາໃຫ້ບັນດາປະເທດ. ທ່ານນາງ Merkel ກໍ່ໃຫ້ຮູ້ວ່າ ຝະຣັ່ງ ແລະ ເຢຍລະມັນ ພວມຊຸກຍູ້ກົນໄກພາສີອາກອນວິສາຫະກິດຮ່ວມໃຫ້ສະຫະພາບ ເອີຣົບ (ອີຢູ).

        ຕາມແຜນການແລ້ວ, ທ່ານປະທານາທິບໍດີ Trump ຈະມີບົດກ່າວປາໄສອັດກອງປະຊຸມໃນວັນທີ 26 ມັງກອນ.

ຕອບກັບ

ຂ່າວ/ບົດ​ອື່ນ