ກອງປະຊຸມປະຈຳປີບັນດາທະນາຄານປະຢັດພາກພື້ນອາຊີ,ປາຊີຟີກ

ກອງປະຊຸມປະຈຳປີບັນດາທະນາຄານປະຢັດພາກພື້ນອາຊີ,ປາຊີຟີກ - ảnh 1
ທະນາຄານ​ການ​ຄ້າ​​ ລຽນ​ຫວຽດ
ພາບ:baomoi.com

(vovworld)-ຕອນ​ເຊົ້າ​ວັນ​ທີ 21/5, ສະຫະ​ສະມາຄົມ​ທະນາຄານ ປະຢັດ ​ແລະ ຂາຍຍ່ອຍ ​ໂລກ ( World Savings and Retail Banking Institute) ສົມທົບ​ກັບ​ທະນາຄານ​ການ​ຄ້າ​​ໄປສະນີ ລຽນ​ຫວຽດຫຸ້ນ​ສ່ວນ ​ໄດ​້ຈັດ​ຕັ້ງ​ກອງ​ປະຊຸມ​ບັນດາ​ທະນາຄານປະຢັດ​ພາກ​ພື້ນ ອາຊີ ປາຊີ​ຟີ​ກ ປະຈຳ​ປີ ຄັ້ງ​ທີ 20 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ຫັນ​ບັນດາ​ສິ່ງ​ທ້າ​ທາຍ​ສຳ​ພັດ​ກັບ​ການ​ເງິນ​ກາຍ​ເປັນ​ກາລະ​ໂອກາດ​ການ​ດຳ​ເນີນ​ທຸລະ​ກິດ”. ກອງ​ປະຊຸມ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ 30 ທະນາຄານ, ບັນດາ​ອົງການ​ການ​ເງິນ​ມາ​ຈາກ 20 ປະ​ເທດ ທີ່​ພວມ​ເຄື່ອນ​ໄຫວ​ຢູ່​ພາກ​ພື້ນ ອາຊີ ປາຊີ​ຟີ​ກ. ຈຸດໝາຍ​ຂອງ​ກອງ​ປະຊຸມ ​ແມ່ນ​ຕີ​ລາຄາ​ບັນດາ​ຜົນ​ງານ​ຂອງ​ສະຫະ​ສະມາຄົມ​ທະນາຄານ​ປະຢັດ ​ແລະ ຂາຍຍ່ອຍ​ໂລກ ບັນລຸ​ໄດ້​ໃນ 90 ປີຜ່ານມາ, ປຶ​ກສາ​ຫາລື​ບັນດາ​ບາດກ້າວ​ພັດທະນາ​ໃນ​ຕະຫລາດ​ທະນາຄານ​ຂາຍຍ່ອຍ​ພາກ​ພື້ນ ອາຊີ ປາຊີ​ຟີ​ກ, ບັນດາ​ນະ​ໂຍບາຍ​ການ​ເງິນ ກໍ​ຄື​ແບ່ງປັນ​ຂໍ້​ລິ​ເລີ່​ມ​ເພື່ອ​​ເປີດ​ກວ້າງ​ຂອບ​ເຂດ​ສະຫນອງ​ບໍລິການ​ການ​ເງິນ,​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ລູກ​ຄ້າ.

ຂ່າວ/ບົດ​ອື່ນ